ເນປານຄາດວ່າ ຕ້ອງເງິນປະມານ 4,78 ຕື້ USD ເພື່ອແກ້ໄຂຜົນຕາມມາ ແລະ ສ້າງຕັ້ງພາຍຫຼັງໄພພິບັດນ້ຳຖ້ວມຢ່າງຮ້າຍແຮງ ເມື່ອເດືອນສິງຫາ ຜ່ານມາ, ໃນສະພາບການປະເທດນີ້ຮຽກຮ້ອງປະຊາຄົມສາກົນ ໜູນຊ່ວຍຍາວນານເພື່ອຮັບມືກັບບັນດາໄພພິບັດທຳມະຊາດທີ່ນັບມື້ນເພີ່ມຂຶ້ນ. ວັນທີ 11 ກັນຍາ, ທ່ານ Lok Bahadur Chhetri ໂຄສົກກະຊວງການຕ່າງປະເທດ ເນປານ ໃຫ້ຮູ້ວ່າ ຄວາມຕ້ອງການເພື່ອສ້າງຕັ້ງປະເທດຄືນປະມານ 4,78 ຕື້ USD. ໃນນັ້ນມີເງິນປະມານ 57 ລ້ານ USD ຕ້ອງການນຳໃຊ້ໃນ 6 ເດືອນຈະມາເຖິງໃນວຽກງານແກ້ໄຂ ແລະ ຟື້ນຟູໃນສະເພາະໜ້າ, ໃນຂະນະທີ່ມີປະມານ 4,71 ຕື້ USD ໃຫ້ແກ່ວິວັດການສ້າງຂຶ້ນປະເທດໃນໄລຍະຍາວ. ໄລ່ຮອດວັນທີ 11 ກັນຍາ, ໄພພິບັດໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 1.428 ຄົນ ແລະ ກວ່າ 5.649 ຄົນຫາຍສາບສູນຢູ່ປະເທດນີ້, ໃນນັ້ນມີຊາວຕ່າງປະເທດປະມານ 800 ຄົນ, ລວມມີແຂກທ່ອງທ່ຽວ ແລະ ຜູ້ກັບເມືອບ້ານ.
ເນປານຕ້ອງການເງິນເກືອບ 4,8 ຕື້ USD ເພື່ອສ້າງຕັ້ງປະເທດ ພາຍຫຼັງໄພພິບັດນ້ຳຖ້ວມ
[VOVWORLD] - ໄລ່ຮອດວັນທີ 11 ກັນຍາ, ໄພພິບັດໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 1.428 ຄົນ ແລະ ກວ່າ 5.649 ຄົນຫາຍສາບສູນຢູ່ປະເທດນີ້, ໃນນັ້ນມີຊາວຕ່າງປະເທດປະມານ 800 ຄົນ, ລວມມີແຂກທ່ອງທ່ຽວ ແລະ ຜູ້ກັບເມືອບ້ານ.
