ລັດຖະບານເນປານໄດ້ສ້າງຕັ້ງຄະນະກຳມະການສະເພາະກິດເພື່ອແນໃສ່ຕີລາຄາຜົນເສຍຫາຍ ແລະ ຄວາມຕ້ອງການຟື້ນຟູນພາຍຫລັງເຫດໄພນ້ຳວຖ້ວມທີ່ເກີດຂຶ້ນໃນວັນທີ 26 ສິງຫາ ຢ່າງຮອບດ້ານ. ຄະນະກຳມະການໂດຍທ່ານ Gunakhar Bhatta ຮອງປະທານຄະນະກຳມະການແຜນການແຫ່ງຊາດເນປານ ນຳໜ້າ, ດ້ວຍໄລຍະເວລາ 6 ອາທິດຕ້ອງເຮັດບົດລາຍງານຕີລາຄາຄວາມຕ້ອງການພາຍຫຼັງໄພພິບັດ (PDNA)ເພື່ອເປັນພື້ນຖານແນໃສ່ລະດົມຊັບພະຍາກອນພາຍໃນປະເທດ ແລະ ສາກົນໃຫ້ແກ່ວຽກງານຟື້ນຟູ. ທ່ານ Bhatta ໃຫ້ຮູ້ວ່າ ກຸ່ມປະຕິບັດງານເລີ່ມເກັບກຳ ແລະ ວິເຄາະຂໍ້ມູນ, ແບ່ງປັນວຽກງານຕີລາຄາເປັນ 7 ກຸ່ມຂົງເຂດ, ໃນນັ້ນມີພື້ນຖານໂຄງລ່າງ, ການແພດ ແລະ ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ການຜະລິດ, ກະສິກຳ ແລະ ບັນດາຂະແໜງເສດຖະກິດ.
ປັດຈຸບັນ, ເນປານສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບ ແລະ ແກ້ໄນຜົນຕາມມາດ້ວຍຂະໜາດໃຫຍ່. ຕາມການອັບເດດທາງການໃນວັນທີ 7 ກັນຍາ, ບັນດາກຳລັງທີ່ມີຄວາມຮັບຜິດຊອບໄດ້ໜູນຊ່ວຍກູ້ຊີບກູ້ໄພປະຊາຊົນເກືອບ 13.400 ຄົນ, ພົບເຫັນຊາກສົບ 1.385 ຄົນ, ໃນຂະນະທີ່ຍັງມີຜູ້ຫາຍສາບສູນປະມານ 5000 ຄົນ ໃນນັ້ນພົນລະເມືອງຕ່າງປະເທດມີປະມານ 600 ຄົນຂຶ້ນກັບ 35 ປະເທດ.
