ວັນ​ທີ 03 ກັນ​ຍາ, ລັດ​ຖະ​ບານ ເນ​ປານ ​ໄດ້​ປະ​ກາດ​ຈັດ​ພິ​ທີໄວ້​ທຸກລະ​ດັບ​ຊາດໃນ​ວັນ​ທີ 07 ກັນ​ຍາ ເພື່ອອາ​ໄລ​ຫາ​ບັນ​ດາ​​ເສຍ​ຊີ​ວິດ​ໃນ​ເຫ​ດ​ໄພ​ທຳ​ມະ​ຊາດ​ນ້ຳ​ໄຫຼ​ຊຸ​ຢູ່​ເມືອງ Rasuwa. ມື້ນີ້​ໄດ້​ກຳ​ນົດ​​ຕ​າມ​ປ​ະ​ເພ​ນີ​ຈັດ​ພິ​ທີ​ອາ​ໄລ​ຫາ​ຂອງ​ຊາວ Hindu, ວັນໄວ້​ທຸກລະ​ດັບ​ຊາດຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ​ 13 ວັນ​ພາຍ​ຫຼັງເກີດ​ໄພ​ພິ​ບັດ.

ທ່ານ Sasmit Pokharel, ໂຄ​ສົກ​ລັດ​ຖະ​ບານ, ທັງ​​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ສຶກ​ສາ ແລະ ກິ​ລາ ເນ​ປານ ໃຫ້​ຮູ້​ວ່າ ໃນ​ວັນໄວ້​ທຸກລະ​ດັບ​ຊາດ, ທຸງ​ຊາດ​ຈະລົດລົງເຄິ່ງເສົາຢູ່​ບັນ​ດາ​ສຳ​ນັກ​ງານ​ລັດ​ຖະ​ບານ​ໃນ​ທົ່ວ​ປະ​ເທດ ເນ​ປານ ກໍ​ຄື​ຢູ່​ບັນ​ດາ​ສະ​ຖານ​ທູດ ແລະ ອົງ​ການ​ຜູ້​ຕາງໜ້າ​ການ​ທູດ​ຂອງ ເນ​ປານ ຢູ່​ຕ່​າງ​ປະ​ເທດ. ນອກນັ້ນ, ລັດ​ຖະ​ບານກໍ່​ຕົກ​ລົງ​ສະ​ໜອງ​ຈຳ​ນວນ​ເງິນ​ໜູນ​ຊ່ວຍ​ຄວາມ​ສ່ຽງໄພ​ໃຫ້​ແກ່​ບັນ​ດາ​ຜູ້​ຮັບ​ບາດ​ເຈັບ ແລະ ຜູ້​ເສ​ຍ​ຊີ​ວິດ. ໄລ​່​ຮອດ​ຕອນ​ເຊົ້າ​ວັນ​ທີ 04 ກັນ​ຍາ, ມີ​ຜູ້​ເສຍ​ຊີ​ວິດ​ໜ້ອຍ​ສຸດ 1.259 ​ຄົນ ແລະ ກວ່າ 5.000 ຄົນ​ຍັງ​ຫາຍ​ສາບ​ສູນ​ຢູ່.