ກອງປະຊຸມຖືກດຳເນີນເປັນເວລາ 3 ວັນ ແຕ່ວັນທີ 9 ຫາວັນທີ 11 ຕຸລາ 2022 (ພາບ: suckhoedoisong.vn) |
ກອງປະຊຸມຖືກດຳເນີນເປັນເວລາ 3 ວັນ ແຕ່ວັນທີ 9 ຫາວັນທີ 11 ຕຸລາ 2022. ບັນດານັກຊ່ຽວຊານທາງດ້ານສາທາລະນະສຸກ ໄດ້ປຶກສາຫາລື, ແລກປ່ຽນກ່ຽວກັບບັນດາຂົງເຂດຄື: ການປະສູດລູກ, ການແພດເດັກໃນຄັນ, ວິນິດໄສກ່ອນປະສູດ, ການຊ່ວຍກ່ຽວກັບການຈະເລີນພັນ, ໂລກມະເຮັງໃນອະໄວຍະວະສືບພັນຍິງ, ລ້ຽງດູເດັກແດງ, ໂລກລະບາດໂຄວິດ - 19 ….
ນັບແຕ່ປີ 1993 ມາຮອດປັດຈຸບັນ ໄດ້ຈັດກອງປະຊຸມກ່ຽວກັບການປະສູດລູກ ຫວຽດນາມ - ຝລັ່ງ ລວມທັງໝົດ 21 ຄັ້ງ, ເຊິ່ງໄດ້ຊ່ວຍເປີດໂອກາດຮ່ວມມື, ບຳລຸງສ້າງດ້ານແພດສາດ ລະຫວ່າງແພດໝໍ ຂະແໜງປະສູດລູກ ຫວຽດນາມ ກັບ ຝລັ່ງ ກໍຄືກັບຫຼາຍປະເທດໃນພາກພື້ນ.

