ໂດຍສືບຕໍ່ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ດ່ານຊາຍແດນ ແທັງຖຸຍ, ແຂວງງເງະອານ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງ ພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຄະນະຜູ້ແທນລາວ ມາແຂວງ ເງະອານ ເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ ຫວຽດນາມ.
(ພາບ: ຫວຽດລາມ)
ພາຍຫຼັງພິທີຕ້ອນຮັບ, 2 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ 2 ປະເທດ ໄດ້ໄປຢ້ຽມຢາມຄ້າຍທະຫານປ້ອງກັນຊາຍແດນ ແທັງຖຸຍ, ມອບງົວພັນໃຫ້ແກ່ປະຊາຊົນຕາແສງຊາຍແດນ ກິມບາງ, ແຂວງ ເງະອານ; ພ້ອມກັບປະຊາຊົນຕາແສງ ກິມບາງເຂົ້າຮ່ວມການໂຍນໝາກຄອນ, ເປຕັງ, ເຕັ້ນສາບ ເງະອານ, ຟ້ອນລຳວົງ.
ພ້ອມດຽວກັນນັ້ນ, ການນຳສອງທ່ານກໍໄດ້ເຂົ້າຮ່ວມພິທີສະຫຼຸບວຽກງານແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ ລະຫວ່າງງບ້ານ ຖຸຍຟອງ, ຕາແສງ ກິມບາງ (ແຂວງ ເງະອານ, ຫວຽດນາມ) ແລະ ບ້ານ ສົບແຕ່ງ, ຕາແສງ ນ້ຳອ່ອນ, ເມືອງ ໄຊຈຳພອນ (ແຂວງ ບໍລິຄຳໄຊ), ລາວ.
ໜຶ່ງໃນບັນດາຈຸດເດັ່ນຂອງລາຍການແມ່ນພິທີເລີ່ມລົງມືກໍ່ສ້າງໂຮງຮຽນອະນຸບານ ແທັງຮ່າ ຢູ່ຕາແສງ ກິມບາງ. ທ່ານພັນເອກ ເຈິ່ນກວາງຈູງ, ຫົວໜ້າການເມືອງທະຫານປ້ອງກັນຊາຍແດນແຂວງ ເງະອານ, ຕາງໜ້າເຈົ້າຂອງລົງທຶນ, ໃຫ້ຮູ້ວ່າ:
“ກິດຈະກຳມີເງິນລົງທຶນທັງໝົດ 30 ຕື້ດົ່ງ ໂດຍມີຄົບຄຸນລັກສະນະ. ກິດຈະກຳນີ້ໄດ້ຜັນຂະຫຍາຍກໍ່ສ້າງດ້ວຍຄວາມຄືບໜ້າສູງສຸດ, ຮັບປະກັນມາດຕະຖານ ແລະ ຄຸນນະພາບລະດັບຊາດ ເມື່ອກໍ່ສ້າງສຳເລັດແລ້ວຈະໄດ້ນຳເຂົ້າຮັບໃຊ້ເດັກອະນຸຊົນເຂດຊາຍແດນຕາແສງ ກິມບາງ, ແຂວງ ເງະອານ ໂດຍໄວ. ນອກຈາກນັ້ນແລ້ວ, ກິດຈະກຳນີ້ ກໍແມ່ນບ່ອນເພື່ອໃຫ້ປະຊາຊົນຫຼົບໄພເມື່ອເກີດພາຍຸອີກດ້ວຍ.”
ເລເຟືອງ
