ທ່ານດ່າວງອກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຢາກສ້າງເງື່ອນໄຂໃຫ້ແກ່ຊາວໜຸ່ມ

ທ່ານເລກ໊ວກຟອງ ໄດ້ຕີລາຄາສູງຕໍ່ແຜນການ, ໂຄງການໃຫຍ່, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຍາມໃດກໍ່ເອົາໃຈໃສ່ຕໍ່ເປົ້າໝາຍຊາວໜຸ່ມ, ດ້ວຍຄວາມຮັບຮູ້ ນີ້ແມ່ນກຳລັງສຳຄັນ, ແຫຼ່ງກຳລັງແຮງງານອັນໃຫຍ່ຫຼວງຂອງປະເທດຊາດ. ພິເສດ, ທາງກະຊວງໄດ້ມີບັນດາວິທີການແກ້ໄຂຢ່າງລະອຽດເພື່ອເອົາໃຈໃສ່ບັນດາເປົ້າໝາຍຊາວໜຸ່ມທີ່ມີຄວາມສ່ຽງຫຼາຍກ່ວາໝູ່ແລະ ສ້າງເງື່ອນໄຂໃຫ້ແກ່ເປົ້າໝາຍຊາວໜຸ່ມຢູ່ບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກ.

ທ່ານເລກ໊ວກຟອງມີຄວາມປາດຖະໜາຢາກໃຫ້ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມສືບຕໍ່ເອົາໃຈໃສ່ເຖິງການປະຕິບັດບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຍຸດທະສາດພັດທະນາຊາວໜຸ່ມໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ, ພ້ອມກັນນັ້ນ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມກໍ່ຕ້ອງມີການປະກອບສ່ວນ, ມີຂໍ້ສະເໜີຢ່າງລະອຽດຕື່ມອີກ ເພື່ອໃຫ້ ກົດໝາຍວ່າດ້ວຍຊາວໜຸ່ມມີນະໂຍບາຍໃໝ່ຫຼາຍສະບັບຕື່ມອີກ ແລະ ສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາກຸ່ມເປົ້າໝາຍຊາວໜຸ່ມ ຊຸກຍູ້, ສ້າງສະພາບແວດລ້ອມສະດວກໃຫ້ຊາວໜຸ່ມພັດທະນາ.