ທ່ານປະທານາທິບໍດີ Alexander Van der Bellen ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ
(ພາບ: TTXVN)

ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ທຳນຽບປະທານປະເທດ ໂອຕາລິດ, ຢູ່ນະຄອນຫຼວງ ວຽນນາ, ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ທີ່ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ສ.ໂອຕາລິດ ຢ່າງສົມກຽດ.

ສອງຝ່າຍໄດ້ດຳເນີນການເຈລະຈາ

ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານປະທານປະເທດ ວໍ້ວັນເຖືອງ ແລະ ທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen ໄດ້ມີການພົບປະວົງແຄບ ແລະ ຕໍ່ຈາກນັ້ນ ເປັນປະທານຮ່ວມກອງປະຊຸມລະຫວ່າງ ຄະນະຜູ້ແທນຂັ້ນສູງ 2 ປະເທດ.

ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ວໍ້ວັນເຖືອງຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານອັນດີງາມກັບ ໂອຕາລິດ. ທ່ານປະທານປະເທດ ວໍ້ວັນເຖືອງ ປາດຖະໜາວ່າ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຍາດແຍ່ງບັນດາຜົນປະໂຫຍດຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA); ໂອຕາລິດ ມີນະໂຍບາຍຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂອຕາລິດ ຊຸກຍູ້ການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງຄື: ອຸດສາຫະກຳສະໜັບສະໜູນການຜະລິດລົດໂອໂຕ, ເສັ້ນທາງລົດໄຟ, ອຸປະກອນການແພດ, ການຢາ. ຮຽກຮ້ອງໂອຕາລິດໜັບສະໜູນ ແລະ ຊຸກຍູ້ຄະນະກຳມະການ ເອີລົບ (EC) ຖອນບັດເຫຼືອງ IUU ໃຫ້ແກ່ສິນໃນນ້ຳຂອງ ຫວຽດນາມໂດຍໄວ, ສ້າງເງື່ອນໄຂສະດວກເພື່ອໃຫ້ ຫວຽດນາມ ສົ່ງອອກສິນຄ້າປະເພດນີ້ໄປ EU. ທ່ານປະທານປະເທດກໍ່ສະເໜີໃຫ້ໂອຕາລິດ ຈັດຫວຽດນາມ ເຂົ້າໃນບັນຊີບຸລິມະສິດເພື່ອໄດ້ຮັບການຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ແລະ ມີບັນດານະໂຍບາຍໃຫ້ກູ້ຢືມທຶນດ້ວຍຄ່າດອກເບ້ຍຕ່ຳ, ພິເສດແມ່ນບັນດາໂຄງການໃນຂົງເຂດສາທາລະນະສຸກ, ສິ່ງແວດລ້ອມ, ບຳລຸງສ້າງວິຊາຊີບ, ປ້ອງກັນ ແລະ ດັບເພີງ, ກູ້ໄພກູ້ຊີບ.

ສ່ວນທ່ານປະທານາທິບໍດີ Alexander Van der Bellen ຢືນຢັນວ່າ ໂອຕາລິດ ຖືເປັນສຳຄັນ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຫວຽດນາມ ຊຶ່ງໄດ້ຮັບ ການສ້າງຕັ້ງໃນປີ 1972, ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການປະຕິບັດນະໂຍບາຍການຕ່າງປະເທດຂອງ ໂອຕາລິດ ຢູ່ພາກພື້ນ ອາຊີ - ປາຊີຟິກ, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ…

ການນຳສອງທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງກັນ, ປຶກສາຫາລືທິດທາງການຮ່ວມມື ແລະ ມາດຕະການເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ໂອຕາລິດ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວັດທະນະທຳ - ກິລາ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ. ການນຳສອງທ່ານເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນສະຫະປະຊາຊາດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ, ສະໜັບສະໜູນກົດໝາຍສາກົນໃນນັ້ນມີ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).

ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ວໍ້ວັນເຖືອງ ແລະ ປະທານາທິບໍດີ ໂອຕາລິດ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ໂອຕາລິດ.