ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau (ພາບ: VGP) |
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ສອງຝ່າຍເຫັນດີນຳກັນວ່າ ໄປຄຽງຄູ່ກັບການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ການສຶກສາ - ບຳລຸງສ້າງ, ຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ບັນຫາຄ້ຳປະກັນ ດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ...
ການພົບປະກັບຄູ່ຕຳແໜ່ງ ອົດສະຕາລີ Anthony Albanese (ພາບ:TTXVN) |
ສ່ວນໃນການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍບົດບັນທຶກການຮ່ວມມືໃນຂົງເຂດເສດຖະກິດີຈີຕອນ, ສິ່ງແວດລ້ອມ, ພະລັງງານ ໃຫ້ມີປະສິດທິຜົນ; ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າສ້າງ ກົນໄກ “ສາຍພົວພັນຄູ່ຮ່ວມມືຍຸດທະສາດເສດຖະກິດດີຈີຕອນ - ເສດຖະກິດສີຂຽວ” ລະຫວ່າງສອງປະເທດ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ໃຫ້ການຕ້ອນຮັບທ່ານພົນເອກ Hun Manet, ຮອງຫົວໜ້າເສນາທິການໃຫຍ່ ກອງທັບ ລາຊະອານາຈັກ ກຳປູເຈຍ.


