ໃນການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ນາງ ຟ້າມທິແທັງຈ່າ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເຖິງເດັກນ້ອຍເປັນພິເສດ ແລະ ຖືເດັກນ້ອຍແມ່ນເປົ້າໝາຍບຸລິມະສິດແຖວໜ້າ ແລະ ແມ່ນແຫຼ່ງຊັບພະຍາກອນມະນຸດຕັດສິນອະນາຄົດຂອງປະເທດຊາດ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຈະໃຫ້ບຸລິມະສິດຜັນຂະຫຍາຍບັນດາໜ້າທີ່ຈຸດສຸມພື້ນຖານໃນວຽກງານປົກປ້ອງ, ເບິ່ງແຍງ ແລະ ການສຶກສາເດັກ.
ສ່ວນທ່ານນາງ Silvia Danailov ຫົວໜ້າຜູ້ຕາງໜ້າ UNICEF ໄດ້ຊົມເຊີຍບັນດາຜົນງານຂອງ ຫວຽດນາມ - ປະເທດທຳອິດໃນພາກພື້ນ ອາຊີ ແລະ ທີສອງໃນໂລກທີ່ໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດທິເດັກ ແລະ ຫວ່າງມໍ່ໆມານີ້ ໄດ້ມີຂໍ້ລິເລີ່ມ, ຄຳໝັ້ນສັນຍາຫຼາຍຢ່າງໃນການປະຕິບັດສິດທິເດັກ. ທ່ານກໍໃຫ້ຮູ້ວ່າ UNICEF ພວມສົມທົບກັບອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ສ້າງໂຄງການຮ່ວມມືກັບ ລັດຖະບານ ຫວຽດນາມ ໃນ 5 ປີຈະມາເຖິງ (2027 – 2031) ເພື່ອໃຫ້ສອດຄ່ອງກັບລະດັບການພັດທະນາເສດຖະກິດ - ສັງຄົມຂອງປະເທດ.
