ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນລັງ ແລະ ທ່ານ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫງວຽນຊວັນຖັ໊ງ (ພາບ: TTXVN)

ເມື່ອແລກປ່ຽນກັບທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນລັງ, ທ່ານ ຫງວຽນຊວັນຖັ໊ງ ເນັ້ນໜັກວ່າ ຢາກເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດ: ການສຶກສາ ແລະ ບຳລຸງສ້າງ; ຄົ້ນຄວ້າ, ແລກປ່ຽນທາງດ້ານວິຊາການສຶກສາກ່ຽວກັບນະໂຍບາຍສາທາລະນະ, ວິທະຍາສາດຄຸ້ມຄອງຕົວເມືອງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງຂຽວ, ການຫັນເປັນດີຈີຕອນ, ຫັນເປັນພະລັງງານສີຂຽວ… ເພື່ອແນໃສ່ຮັບໃຊ້ວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ທຸກຂັ້ນ, ທຸກຂະແໜງການ…

ທ່ານ ຫງວຽນຊວັນຖັ໊ງ ແລກປ່ຽນກັບທ່ານ Leonardo Pene ເອກອັກຄະລັດຖະທູດ ໂມຊຳບິກ ປະຈຳ ຫວຽດນາມ (ພາບ: TTXVN)
ສ່ວນໃນການເຮັດວຽກກັບທ່ານ Leonardo Pene ເອກອັກຄະລັດຖະທູດ ໂມຊຳບິກ ປະຈຳ ຫວຽດນາມ, ທ່ານ ຫງວຽນຊວັນຖັ໊ງ ຢັ້ງຢືນວ່າ, ກຳລັງບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ໂມຊຳບິກ ແມ່ນໃຫຍ່ຫຼວງທີ່ສຸດ, ພິເສດໃນບັນດາຂົງເຂດ: ກະສິກຳ, ການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ… ຕາມທ່ານ ຫງວຽນຊວັນຖັ໋ງ ແລ້ວ, ໃນໄລຍະຈະມາເຖິງ, ສະຖາບັນສາມາດຮ່ວມມືກັບ ໂມຊຳບິກ ຜ່ານບາງໂຄງການຄື: ຮ່ວມມືຮຽບຮຽງ, ແປບົດນິພົມຂອງປະທານໂຮ່ຈີມິນ ເປັນພາສາຕ່າງໆ; ສະຫງວນທຶນການສຶກສາລະດັບປະລິນຍາເອກໃຫ້ແກ່ພະນັກງານພັກ Frelimo….