ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ເຂົ້າຢ້ຽມຂ່ຳນັບ ທ່ານປະທານຄະນະປະທານ, ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ນປຸ່ນ Shii Kazuo |
ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ຢັ້ງຢືນວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຮງ ແລະ ຮອບດ້ານດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ສອງປະເທດມີການແບ່ງປັນ, ເຫັນອົກເຫັນໃຈ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຕັ້ງໜ້າຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດຢ່າງແທ້ຈິງ. ພັກກອມມູນິດ ຫວຽດນາມ ຍາມໃດກໍຖືສາຍພົວພັນຮ່ວມມື, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອກັບ ພັກກອມມູນິດ ຍີ່ປຸ່ນ ເປັນສຳຄັນ. ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສາຍພົວພັນສາມັກຄີ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ພັດທະນາຢ່າງແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ສ່ວນທ່ານປະທານພັກກອມມູນິດ ຍີ່ປຸ່ນ Shii Kazuo ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19; ພ້ອມທັງສະແດງຄວາມປາດຖະໜາວ່າ, ເມື່ອສະພາບການໂລກລະບາດໄດ້ຮັບການຄວບຄຸມ, ສອງພັກ ຈະເຊື່ອມຕໍ່ການຢ້ຽມຢາມຂອງການນຳຂັ້ນສູງ, ການພົບປະແລກປ່ຽນ, ແລກປ່ຽນທິດສະດີ ລະຫວ່າງສອງພັກໃຫ້ກັບຄືສູ່ປົກກະຕິໂດຍໄວ.
ບຸ່ຍຮຸ່ງ - ນັກຂ່າວ VOV ປະຈຳ ໂຕກຽວ.

