ວັນທີ 24 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງ ພິທີ ສະເຫຼີມສະຫຼອງ ວັນຊາດ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026). ທ່ານ ເຈີ່ນເກິ້ມຕູ, ກຳມະການ ກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການໄດ້ເຂົ້າຮ່ວມເຫດການເນື່ອງໃນໂອກາດໄປຢ້ຽມຢາມ ສິງກະໂປຢ່າງເປັນທາງການ ແລະ ເປັນປະທານຮ່ວມ ການເຈລະຈາ ຍຸດທະສາດ ຫວຽດນາມ-ສິງກະໂປ ຄັ້ງທີ 1. ກ່າວຄຳເຫັນ ໃນພິທີ, ທ່ານ ເຈີ່ນ ເກິ້ມຕູ ເນັ້ນໜັກວ່າ ຫວຽດນາມ ຍຶດໝັ້ນ ແນວທາງ ການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ຫັນພົວພັນການຕ່າງປະເທດເປັນ ຫຼາຍຝ່າຍ, ຫຼາຍຮູບແບບ ; ຕັ້ງໜ້າ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນ.
ສ່ວນ ທ່ານ Chan Chun Sing, ລັດຖະມົນຕີ ປະສານງານ ການບໍລິການສາທາລະນະ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ສິງກະໂປ, ໄດ້ຢັ້ງຢືນວ່າ ສິງກະໂປ ແລະ ຫວຽດນາມ ພ້ອມກັນ ປະສານງານ ເປັນຢ່າງດີ ໃນການຮັກສາ ບົດບາດ ເປັນໃຈກາງ ຂອງ ອາຊຽນ, ສ້າງໂຄງປະກອບ ພາກພື້ນທີ່ກວມລວມ ແລະ ອີງໃສ່ ກົດລະບຽບ, ກໍຄືການຮັບມື ບັນດາ ສິ່ງທ້າທາຍ ຂ້າມຊາດ. ສອງຝ່າຍ ຈະສືບຕໍ່ ຮ່ວມມື ແລະ ປະສານງານ ຢ່າງແໜ້ນແຟ້ນແນ່ໃສ່ ຍູ້ແຮງການເຊື່ອມໂຍງດ້ານເສດຖະກິດ ແລະ ຮັກສາ ຄວາມໝັ້ນຄົງ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍຄື ຢູ່ພາກພື້ນ ທີ່ກວ້າງໃຫຍ່ກວ່າ.
