ວັນ​ທີ 24 ສິງ​ຫາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງ ພິທີ ສະເຫຼີມສະຫຼອງ ວັນຊາດ ຫວຽດ​ນາມ ຄົບຮອບ 81 ປີ (2/9/1945-2/9/2026). ທ່ານ ເຈີ່ນເກິ້ມ​ຕ​ູ, ກຳມະການ ກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການໄດ້ເຂົ້າຮ່ວມເຫດການເນື່ອງ​ໃນ​ໂອ​ກາດໄປຢ້ຽມຢາມ ສິງກະໂປຢ່າງເປັນທາງການ ແລະ ເປັນປະທານຮ່ວມ ການເຈລະຈາ ຍຸດທະສາດ ຫວຽດນາມ-ສິງກະໂປ ຄັ້ງທີ 1. ກ່າວຄຳເຫັນ ໃນພິທີ, ທ່ານ ເຈີ່ນ ເກິ້ມຕູ ເນັ້ນໜັກວ່າ ຫວຽດນາມ ຍຶດໝັ້ນ ແນວທາງ ການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ຫັນພົວພັນການຕ່າງປະເທດເປັນ ຫຼາຍຝ່າຍ, ຫຼາຍຮູບແບບ ; ຕັ້ງໜ້າ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າ​ກັບສາກົນ ຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນ.

ສ່ວນ ທ່ານ Chan Chun Sing, ລັດຖະມົນຕີ ປະສານງານ ການບໍລິການສາທາລະນະ, ລັດຖະມົນຕີ ກະຊວງປ້ອງກັນປະ​ເທດ ສິງກະໂປ, ໄດ້ຢັ້ງຢືນວ່າ ສິງກະໂປ ແລະ ຫວຽດນາມ ພ້ອມກັນ ປະສານງານ ​ເປັນຢ່າງດີ ໃນການຮັກສາ ບົດບາດ ເປັນໃຈກາງ ຂອງ ອາຊຽນ, ສ້າງໂຄງປະ​ກອ​ບ ​ພາກ​ພື້ນທີ່ກວມ​ລວມ ແລະ ອີງໃສ່ ກົດລະບຽບ, ກໍຄືການຮັບມື ບັນດາ ສິ່ງທ້າທາຍ ຂ້າມຊາດ. ສອງຝ່າຍ ຈະສືບຕໍ່ ຮ່ວມມື ແລະ ປະສານງານ ຢ່າງແໜ້ນແຟ້ນແນ່ໃສ່ ຍູ້​ແຮງການເຊື່ອມໂຍງດ້​ານເສດຖະກິດ ແລະ ຮັກສາ ຄວາມໝັ້ນຄົງ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍຄື ຢູ່​ພາກ​ພື້ນ ທີ່ກວ້າງໃຫຍ່ກວ່າ.