![]() ກອງປະຊຸມເພີ່ມທະວີການຮ່ວມມືສາກົນກ່ຽວກັບການຫນູນຊ່ວຍຜູ້ຮັບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກ |
“ ເປົ້າໝາຍທີ 1, ນັ້ນແມ່ນການແຊກແຊງທາງດ້ານສາທາລະນະສຸກຢ່າງທັນການເພື່ອແນໃສ່ຫນູນຊ່ວຍ ຜູ້ຮັບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກຜ່ານຜ່າວິກິດການດ້ານຈິດຕະພາຍຫຼັງຮັບເຄາະຮ້າຍ, ແລ້ວກໍໄດ້ຮັບການບໍລິການປິນປົວຢ່າງທັນການ. ທີ 2 ແມ່ນຍົກສູງຄວາມສາມາດຂອງລະບົບຟື້ນຟູສະມັດທະພາບໃຫ້ແກ່ຜູ້ຮັບເຄາະຮ້າຍ ແລະ ໜູນຊ່ວຍສັງຄົມໃຫ້ເຂົາເຈົ້າ. ທີ 3 ແມ່ນໜູນຊ່ວຍ ຜູ້ຮັບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກຟື້ນຟູສະມັດທະພາບເພື່ອເຊື່ອມຕົວເຂົ້າກັບວົງຄະນະຍາດຄືນໃໝ່, ສ້າງ ແລະ ພັດທະນາການດຳລົງຊີວິດເປັນປົກກະຕິ. ທີ 4 ແມ່ນສືບຕໍ່ສ້າງລະບົບນະໂຍບາຍກົດໝາຍໃຫ້ສົມບູນແບບ ແລະ ທີ 5 ແມ່ນສ້າງພື້ນຖານຂໍ້ມູນເພື່ອຮັບໃຊ້ບັນຫານິີ້ ”

