ນະທີ່ນີ້, ທ່ານນາງ ເຈືອງທິມາຍ ຊີ້ແຈ້ງວ່າ: ສະພາແຫ່ງຊາດສອງປະເທດໄດ້ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ກໍ່ຄືຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍ. ບັນດາການເຄື່ອນໄຫວພົບປະແລກປ່ຽນບົດຮຽນຂອງບັນດາອົງການວິຊາສະເພາະຂອງສອງສະພາແຫ່ງຊາດ ຈະປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຮຸງກາຣີ.
ຈາກນັ້ນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໃຫ້ການຕ້ອນຮັບທ່ານ Thurmer Gyua ປະທານພັກກຳມະກອນ ຮຸງກາຣີ ແລະ ຄະນະການນຳສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ໂດຍທ່ານ Botka Laslo ນຳໜ້າ.
ໃນວັນດຽວກັນ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ມີການເຮັດວຽກກັບການນຳອຳນາດການປົກຄອງນະຄອນ Zalaegerszeg ທີ່ຂຶ້ນກັບແຂວງ Zala.
