ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບທ່ານປະທານາທິບໍດີ ເຊຍລາ ເລອອນ Julius Maada Bio |
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ມີແຜນນະໂຍບາຍເປີດກ້ວາງ, ຊຸກຍູ້ການຮ່ວມມືກັບບັນດາລັດຖະສະພາບັນດາປະເທດໃນທຸກໆທະວີບ, ທັງໃນຂອບເຂດການຮ່ວມມືລັດຖະສະພາລະຫວ່າງ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານປະທານສະພາແຫ່ງຊາດສະເໜີໃຫ້ທ່ານປະທານນາທິບໍດີ Julius Maada Bio ສະໜັບສະນູນ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາ ເຊຍລາ ເລອອນ; ຊຸກຍູ້ 2 ຝ່າຍເພີ່ມທະວີການພົວພັນ, ແລກປ່ຽນຄະນະຜູ້ແທນ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ ເຊິ່ງສະພາແຫ່ງຊາດ 2 ປະເທດເປັນພາຄີ.

