(ພາບປະກອບອີນເຕີແນັດ)

ທ່ານ ນິງຄັ໋ກບານ, ຫົວໜ້າພະແນກຮ່ວມມືສາກົນ (ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ) ໃຫ້ຮູ້ວ່າ: ຍາມໃດຫວຽດນາມ ກໍ່ໄດ້ຮັບການໜູນຊ່ວຍຢ່າງຕັ້ງໜ້າຈາກປະຊາຄົມສາກົນ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ດ້ວຍຫຼາຍຮູບແບບຮ່ວມມື 2 ຝ່າຍ, ຫຼາຍຝ່າຍ… ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ຮຽກຮ້ອງຄວາມມານະພະຍາຍາມໃນການເຂົ້າຮ່ວມ, ການຮ່ວມມືຂອງທັງປະຊາຄົມທີ່ຢູ່ພາຍໃນປະເທດ ແລະ ຕ່າງປະເທດ.

ບັນດານັກຊ່ຽວຊານຄົ້ນຄວ້າກ່ຽວກັບການປ່ຽນແປງຂອງດິນຟ້າອາກາດສາກົນໄດ້ເປັນເອກະພາບນຳກັນໃນການໜູນຊ່ວຍວິສາຫະກິດຫວຽດນາມ ປ່ຽນແປງເຕັກໂນໂລຊີການຜະລິດ; ສ້າງຕັ້ງບັນຊີລາຍຊື່ຄົ້ນຄວ້າກ່ຽວກັບເຕັກໂນໂລຊີ ແລະ ກຳນົດຄວາມຕ້ອງການແຫ່ງຊາດ… ນອກນັ້ນ, ຫວຽດນາມ ກໍ່ຕ້ອງເປັນເຈົ້າການສຳພັດກັບນະໂຍບາຍກ່ຽວກັບອາກາດທົ່ວໂລກ, ປະຕິບັດບັນດາການເຄື່ອນໄຫວເພື່ອຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດດ້ວຍເງື່ອນໄຂແຫ່ງຊາດ…