ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ການ​ພົວ​ພັນ​ກັບ​ອົງ​ການ​ຮ່ວມ​ມື ຊ​ຽງ​ໄຮ (SCO) ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເປັນ​ສຳ​ຄັ​ນ, ພ້ອມ​ແລ້ວທີ່​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂອບ​ເຂດ SCO. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາງ ວໍ​ທິ​ແອັງ​ຊວັນ, ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່​ການ​ພົບ​ປ​ະ​ກັບ​ທ່ານ Nurlan Yermekbayev, ເລ​ຂາ​ທິ​ການ​ໃຫຍ່ SCO, ໃນ​ວັນ​ທີ 31 ສິງ​ຫາ, ຢູ່​ນະ​ຄອນ Bishkek, Kyrgyzstan, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເປີດກວ້າງ SCO. ທ່ານ​ນາງ​ກໍ່​ຢືນ​ຢັນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ SCO ແລະ ບັນ​ດາກ​ົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ອື່ນໆ; ທ່ານກໍ່​ສະ​ເໜີ​ໃຫ້ SCO ເພີ່​ມ​ທະ​ວີ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ຄື: ເສດ​ຖະ​ກິດ, ການ​ຄ້າ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ…

ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນ​ຮັບ​ທ່ານ Bakytzhan Sagintayev, ປະ​ທານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ອາ​ຊ​ີ - ເອີ​ລົບ (EAEU), ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ວໍ​ທິ​ແອັງ​ຊວັນ ເນັ້ນ​ໜັກ​ວ່າ ຕ​້ອງ​ຂຸດ​ຄົ້ນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EAEU ໃຫ້​ດີກວ່າອີກ ແລະ ຊຸກ​ຍູ້​ດ້ານ​ການ​ຄ້າ - ການ​ລົງ​ທຶນ; ສືບ​ຕໍ່​ຄົ້ນ​ຄວ້າ​ຍົກ​ລະ​ດັບ, ປັບ​ປຸງ​ສັນ​ຍາ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ໃໝ່.

ແລະ​ກໍ່​ໃນ​ວັນ​ທີ 31 ສິງ​ຫາ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ວ​ໍ​ທິ​ແອັງ​ຊວັນ ໄດ້​ພົບ​ປະ​ກັບ​ທ່ານ Sadyr Japarov, ປະ​ທາ​ນາ​ທິ​ບໍ​ດີ Kyrgyzstan. ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົ​ງ​ເຂດ​ທີ່​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ຄື: ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, logistics, ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ, ກິ​ລາ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

ແລະ​ກໍ່​ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ, ວັນ​ທີ 31 ສິງ​ຫາ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ວໍ​ທິ​ແອັງ​ຊວັນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີ​ດ​ສະ​ຫຼອງອະ​ນຸ​ສາ​ວະ​ລີ ປະ​ທານ ໂຮ່​ຈີ​ມິນ ຢູ່​ສະ​ໜາມ​ຫຼວງ ໂຮ່​ຈີ​ມິນ, ນອນ​ຢູ່​ເຂດ​ກະ​ສົມ Royal Central Park, ນະ​ຄອນ​ຫຼວງ Bishkek.