ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດລາວ ຕີ່ງສຸກສັນ |
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຊົມເຊີຍການພົວພັນຮ່ວມມືລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຊາວລາວອາໄສຢູ່ຕ່າງປະເທດ ດ້ວຍບັນດາເນື້ອໃນລະອຽດຄື: ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນການວຽກງານ, ໜູນຊ່ວຍການຝຶກອົບຮົມ. ທ່ານລັດຖະມົນຕີ ບຸ່ຍແທງເຊີນສະເໜີໃຫ້ 2 ຄະນະກຳມະການ, ຜ່ານການພົບປະເຈລະຈາ ຈະແລກປ່ຽນຢ່າງເລິກເຊິ່ງ, ຊຸກຍູ້ການຮ່ວມມືໃນທຸກດ້ານຂອງວຽກງານຊາວຕ່າງດ້າວ, ຜ່ານນັ້ນເພີ່ມທະວີການພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງລະຫວ່າງ 2 ປະເທດ ຫວຽດນາມ - ລາວ.

