(ເພີ່ມທະວີການຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ)

ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ໄດ້ເນັ້ນໜັກເຖິງມູນເຊື້ອອັນດີງາມໃນການພົວພັນຫວຽດນາມ - ກຳປູເຈຍ. ວິທະຍຸກະຈາຍສຽງແຫ່ງຊາດ 2 ປະເທດ ໄດ້ມີການພົວພັນຮ່ວມມືມາແຕ່ດົນານ, 2 ຝ່າຍພ້ອມກັນສ້າງ ແລະ ພັດທະນາພື້ນຖານດ້ານວັດຖຸເຕັກນິກ, ຖັນແຖວພະນັກງານ, ນັກຂ່າວ, ບັນນາທິການໃຫ້ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ນັບແຕ່ວັນຫາກໍ່ສ້າງຕັ້ງເມື່ອປີ 1978. ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກຳປູເຈຍ. ພິເສດແມ່ນໃນປີ 2017 ເຊິ່ງ 2 ປະເທດໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ປີມິດຕະພາບ 2017.

ສ່ວນທ່ານລັດຖະມົນຕີກະຊວງຂໍ້ມູຖະແຫຼງຂ່າວກຳປູເຈຍ Khieu Kanharith ໄດ້ຂອບໃຈລັດຖະບານຫວຽດນາມ ຜ່ານ VOV ໃນໄລຍະຜ່ານມາໄດ້ໜູນຊ່ວຍໃຫ້ຂະແໜງກະຈາຍສຽງຂອງກຳປູເຈຍ ກ່ຽວກັບວຽກງານກໍ່ສ້າງ, ພັດທະນາພື້ນຖານດ້ານວັດຖຸເຕັກນິກ ແລະ ບຳລຸງສ້າງຖັນແຖວພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດກະຈາຍສັນຄືນ ແລະ ຄຸນນະພາບບັນດາລາຍການກະຈາຍສຽງ, ໂທລະພາບ.

(ພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ)

ໂດຍຕາງໜ້າໃຫ້ VOV, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ແລະ ທ່ານ Tauch Sareth, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ວິທະຍຸກະຈາຍສຽງແຫ່ງຊາດ ໄລຍະ 2018 – 2020.