ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ສະໂລວາເກຍ Robert Kalinak

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຊົມເຊີຍຄະນະທີີ່ມາຢ້ຽມຢາມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ກະຊວງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຊົມເຊີຍໝາກຜົນການເຈລະຈາລະຫວ່າງ 2 ກະຊວງຕຳຫຼວດ, ເປັນຕົ້ນແມ່ນການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ ພິເສດໃນການຮ່ວມມືຕ້ານອາດຊະຍາກຳ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກສະເໜີ ສະໂລວາເກຍ ຊຸກຍູ້ສະຫະພາບເອີລົບລົງນາມໃນສັນຍາການຄ້າເສລີ ຫວຽດນາມ- ສະຫະພາບເອີລົບໂດຍໄວ.

ສ່ວນທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ສະໂລວາເກຍ Robert Kalinak ເນັ້ນໜັກເຖິງສາຍພົວພັນເພື່ອນມິດທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ສະໂລວາເກຍ. ທ່ານໃຫ້ຮູ້ວ່າ 2 ກະຊວງໄດ້ເຫັນດີຍູ້ແຮງການຮ່ວມມືກໍ່ສ້າງພະນັກງານ, ສ້າງຕັ້ງບັນດາໜ່ວຍງານລົງເລິກວິຊາສະເພາະເພື່ອປຶກສາຫາລືກ່ຽວກັບຮູບແບບເນື້ອໃນການຮ່ວມມື.