ຕອນເຊົ້າວັນທີ 30 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕ້ອນຮັບຄະນະຜູ້ແທນກົມກະຈາຍສຽງໂທລະພາບເຂດປົກຄອງຕົນເອງຊົນເຜົ່າ ຈວາງ, ແຂວງ ກວາງຊີ, ຈີນ ໂດຍທ່ານ ຄົງຊຽນລິງ, ຫົວໜ້າກົມນຳໜ້າ, ມາຢ້ຽມຢາມ ແລະ ເຮັດວຽກກັບ VOV.
ທີ່ການພົບປະ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ໂງມິງຫຽນ ຢືນຢັນວ່າ ສອງຝ່າຍໄດ້ ແລະ ພວມຜັນຂະຫຍາຍຫຼາຍໂຄງການຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ. ພິເສດ, ລາຍງານພົບປະແລກປ່ຽນສະແດງສິລະປະ “ສຽງຂັບຮ້ອງມິດຕະພາບ ຫວຽດນາມ - ຈີນ” ໄດ້ກາຍເປັນຂົວເຊື່ອມຕໍ່ວັດທະນະທຳທີ່ສຳຄັນ, ດຶງດູດນັກຮ້ອງໜຸ່ມຈາກທັງສອງປະເທດເປັນຈຳນວນຫຼາຍ. ສິ່ງດັ່ງກ່າວບໍ່ພຽງແຕ່ເປັນສິ່ງພິສູດໃຫ້ເຫັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງເປີດແງ່ຫວັງໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງກວ່າລະຫວ່າງ ຫວຽດນາມ ແລະ ຈີນ ອີກດ້ວຍ.
ພວກຂ້າພະເຈົ້າຢາກໃຫ້ກົມກະຈາຍສຽງໂທລະພາບເຂດປົກຄອງຕົນເອງຊົນເຜົ່າ ຈວ້າງ, ແຂວງ ກວາງຊີ (ຈີນ) ແບ່ງປັນບົດຮຽນໃນການນຳໃຊ້ຂໍ້ມູນໃຫຍ່ ແລະ ປັນຍາປະດິດ (AI) ເຂົ້າໃນການຜະລິດບັນດາລາຍການກະຈາຍສຽງ ແລະ ໂທລະພາບ. ແຂວງ ກວາງຊີ ມີບັນດາການເຄື່ອນໄຫວພົວພັນແລກປ່ຽນກັບ ອາຊຽນ, ພົວພັນສອງຝ່າຍກັບ ຫວຽດນາມ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະສົ່ງນັກຂ່າວເຂົ້າຮ່ວມ.
ສ່ວນທ່ານນາງ ຄົງຊຽນລິງ, ປາດຖະໜາວ່າ VOV ຈະຈັດສົ່ງຫຼາຍຄະນະນັກຂ່າວເຂົ້າຮ່ວມ ແລະ ອອກຂ່າວກ່ຽວກັບບັນດາວັນບຸນປະເພນີຂອງຊົນເຜົ່າ ຈວ້າງ, ກວາງຊີ (ຈີນ) ຫຼາຍກວ່າ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ.
