ທ່ານ ພົນ​ໂທ ຫງວຽນ​ເຈື່ອງ​ຖັ໋ງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ Rajesh Kumar Singh, ເລ​ຂາທິການກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ​.

​ນະ​ທີ່​ນີ້​, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບຮັກ​ສາ​ບັນ​ດາ​ກົນ​ໄກ​ພົບ​ປະ​ເຈລະ​ຈາ​, ປຶກ​ສາ​ເປັນ​ປະ​ຈຳ​; ເປັນ​ເອ​ກະ​ພາບ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ອິນ​ເດຍ ຄັ້ງ​ທີ 16 ໃນ​ຕົ້ນ​ປີ 2027 ຢູ່ ອິນ​ເດຍ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​, ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານປ້ອງ​ກັນ​ຊາດ​ສອງ​ຝ່າຍ​; ເປີດ​ກ້ວາງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​, ຄື​: ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​, ການຮັກ​ສາ​ສັນ​ຕິ​ພາບ ສປຊ, ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​; ສົ່ງ​ເສີມ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ບ້ວງ​ເງິນ​ສິນ​ເຊື່ອ​, ບ້ວງ​ເງິນ​ຊ່ວຍ​ເຫຼືອ​ລ້າ​; ຄົ້ນ​ຄ້ວາ​ຄວາມ​ສາ​ມາດ​ເປັນ​ໄປໄດ້ຂອງການຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດທີ່ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື​: ຄວາມ​ໝັ້ນ​ຄົງ​ທາງໄຊເບີ​, ເສ​ນາ​ຮັກ​, ກູ້​ໄພ​ກູ້​ຊີບ​... ສອງ​ຝ່າຍ​ສົມ​ທົບຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ ເປີດ​ກ້ວາງ (ADMM+), ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດ​ເປັນ​ປະ​ທານ​ຮ່ວມ​ຂອງກຸ່ມ​ນັກ​ຊ່ຽວ​ຊານ ADMM+ ກ່ຽວ​ກັບ​ການ​ຄວາມ​ໝັ້ນ​ຄົງ​ທາງ​ໄຊເບີ ອາ​ຍຸ​ການ 2027 – 2030ໃຫເປັນຢ່າງດີ.

ພົນ​ໂທ ຫງວຽນ​ເຈື່ອງ​ຖັ໋ງ​, ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງກະ​ຊວງ​ປ້ອງ​ກັນ​ປະ​ເທດ​, ກອງ​ທັບ ອິນ​ເດຍ​, ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດປ້ອງ​ກັນ​ຊາດ ອິນ​ເດຍ ໄປຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດສາ​ກົນ ຫວຽດ​ນາມ ຄັ້ງ​ທີ 3 ທີ່ຈະ​ຈັດ​ຕັ້ງ​ໃນ​ລະ​ຫວ່າງ​ວັນ​ທີ 10 – 13 ທັນ​ວາ 2026 ຢູ່ ​ຮ່າ​ໂນ້ຍ.