ຕອນຄ່ຳວັນທີ 24 ກໍລະກົດ, ຢູ່ໂຮງລະຄອນ ດ້າຍນາມ, ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ເປີດຕົວລາຍການສະແດງສິລະປະ “ສະເໜ່ຂອງການຂັບແຈ່ວນະຄອນຮ່າໂນ້ຍ” ໂດຍໂຮງລະຄອນຂັບແຈ່ວ ຮ່າໂນ້ຍ ປະຕິບັດ. ນີ້ແມ່ນລາຍການສະແດງສິລະປະຄຸນນະພາບສູງທຳອິດໃນບັນດາຜົນງານທີ່ມີເຄື່ອງໝາຍການຄ້າ ຮ່າໂນ້ຍ, ມຸ່ງໄປເຖິງການສ້າງລະບົບຜະລິດຕະພັນວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ, ຮັບໃຊ້ມະຫາຊົນ, ໂຄສະນາພາບພົດ ຮ່າໂນ້ຍ ແລະ ປະກອບສ່ວນພັດທະນາອຸດສາຫະກຳວັດທະນະທຳ. ລາຍການດຳເນີນໃນເວລາ 60 ນາທີ, ແນະນຳບັນດາລາຍການຂັບແຈ່ວພື້ນເມືອງຄື: ທິເມົ້າ ຂຶ້ນໄປວັດ, ຊຸຍເວິນ ທຳທ່າເປັນບ້າ… ໄປເຖິງຜູ້ຊົມ.ບັນດາລາຍການບໍ່ໄດ້ສະແດງແບບແຍກສາກ ເຊິ່ງໄດ້ຮັບການເຊື່ອມຈອດເປັນອັນດຽວຢ່າງລຸລ່ວງ, ເພີ່ມທະວີການແລກປ່ຽນລະຫວ່າງນັກສິລະປິນ ແລະ ຜູ້ຊົມເພື່ອແນໃສ່ຊ່ວຍໃຫ້ຜູ້ຊົມ, ພິເສດແມ່ນໄວໜຸ່ມ ແລະ ແຂກທ່ອງທ່ຽວໄດ້ເຂົ້າເຖິງສິລະປະຂັບແຈ່ວຕາມແບບທີ່ໃກ້ຊິດກວ່າ. ຜ່ານລາຍການ, ຄະນະຈັດຕັ້ງປາດຖະໜາຢາກແນະນຳຄວາມງາມດ້ານວັດທະນະທຳ, ປະຫວັດສາດ, ຊາວຮ່າໂນ້ຍ ດ້ວຍພາສາສິລະປະແຈ່ວ, ສ້າງຜະລິດຕະພັນສະແດງປະຈຳໄລຍະເທື່ອລະກ້າວ, ກາຍເປັນສະຖານທີ່ວັດທະນະທຳທີ່ດຶງດູດໃຈແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.
