ທ່ານ ຫງວຽນ​ຮົ່ງ​ຢຽນ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປີ 2025 ບັນ​ລຸ 1,3 ຕື້ USD, 7 ເດືອນ​ຕົ້ນ​ປີ 2026 ບັນ​ລຸກວ່າ 1,7 ຕື້ USD, ເພີ່ມ​ຂຶ້ນ 45%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ​ກາຍ​ນີ້, ນຳ​ອາບ​ຟ​ຼິກ​ກາ​ໃຕ້ ກາຍ​ເປັນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ​ໃຫຍ່​ອັນ​ດັ​ບ​ທີ 2 ແລະ ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ ຢູ່​ອາບ​ຟ​ຼິກ​ກາ​. ກົງ​ກັນ​ຂ້າມ, ຫວຽດ​ນາມ ກໍ່​ແມ່ນ​ຄູ່​ຮ​ວ່ມ​ມື​ທາງ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 5 ຂອງ ອາບ​ຟ​ຼິກ​ກາ​ໃຕ້ ຢູ່ ອາ​ຊຽນ. ທ່ານ ຫງວຽນ​ຮົ່ງ​ຢຽນ ຢັ້ງ​ຢືນ ຫວຽດ​ນາມ ພ້ອມແລ້ວ​ທີ່​ຈະ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ອາບ​ຟ​ຼິກ​ກາ​ໃຕ້​ມາ ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ. ທ່ານ​ກໍ່​ສະ​ເໜີ​ບັນ​ດາ​ອົງ​ການ​ທີ່​ມີ​ບົດ​ບາດ​ໜ້າ​ທີ່​ຂອງ​ອາບ​ຟ​ຼິກ​ກາ​ໃຕ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ຄ້າຍ​ຄື​ກັນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເມື່ອ​ມາ​ອາບຟ​ຼິກ​ກາ​ໃຕ້​ຊອກ​ຮູ້​ໂອ​ກາດ​ລົງ​ທຶນ.