ຕອນບ່າຍວັນທີ 18 ທັນວາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ກວ໊ານສື໊, ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດຕັ້ງພິທີເປີດຕົວລາຍການກະຈາຍສຽງພາກພາສາ ເກົາຫຼີ (VOV Korean). ເຂົ້າຮ່ວມພິທີມີທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ທ່ານ Kim Dohyun ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສ.ເກົາຫຼີ ປະຈໍາຫວຽດນາມ ພ້ອມດ້ວຍຜູ້ແທນບັນດາກະຊວງ, ຂະແໜງການ, ຜູ້ຕາງໜ້າສະມາຄົມຊາວ ເກົາຫຼີ ອາໄສ ຢູ່ຫວຽດນາມ.
ບັນດາຜູ້ແທນເຂົ້າຮ່ວມພິທີ |
ມາຮອດຈຸເວລານີ້, ລາຍການກະຈາຍສຽງພາກພາສາເກົາຫຼີ ເປັນຊ່ອງສື່ສານສະເພາະດ້ວຍພາສາເກົາຫຼີ ທີ່ມີໜຶ່ງດຽວຢູ່ຫວຽດນາມ. ໃນປັດຈຸບັນ, ສື່ເອເລັກໂຕນິກດ້ວຍພາສາ ເກົາຫຼີ ໄດ້ລົງໃນເວັບໄຊ vovworld.vn ຂອງວິທະຍຸກະຈາຍສຽງຫວຽດນາມ ມາແຕ່ວັນທີ 15 ມີນາ 2018, ອັນໄດ້ຊ່ວຍໃຫ້ VOV ຢັ້ງຢືນທີ່ຕັ້ງບົດບາດ ແມ່ນຊ່ອງຂໍ້ມູນຂ່າວສານດ້ວຍພາສາຕ່າງປະເທດຫຼາຍທີ່ສຸດ ຢູ່ ຫວຽດນາມ.
ທ່ານ ຫງວຽນເຖ໊ກີ໋, ຜູ້ອໍານວຍການໃຫຍ່ VOVກ່າວຄໍາເຫັນທີ່ພິທີ |
ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນເຖ໊ກີ໋, ຜູ້ອໍານວຍການໃຫຍ່ VOV, ໃຫ້ຮູ້ວ່າ:“
“ການສ້າງຕັ້ງສື່ເອເລັກໂຕນິກ ແລະ ລາຍການກະຈາຍສຽງພາກພາສາເກົາຫຼີ ໄດ້ສະແດງອອກໃຫ້ເຫັນຫຼາຍສິ່ງຫຼາຍຢ່າງ. ທີໜຶ່ງແມ່ນ, ສະແດງໃຫ້ເຫັນການຖືເປັນສໍາຄັນການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ຂອງ ວິທະຍຸກະຈາຍສຽງຫວຽດນາມ ເວົ້າສະເພາະ ແລະຫວຽດນາມເວົ້າລວມ. ທີສອງແມ່ນ, ສະແດງໃຫ້ເຫັນການພັດທະນາ ແລະ ຄວາມສໍາຄັນຂອງການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໃນຫຼາຍດ້ານ. ທີສາມແມ່ນ ຊີ້ໃຫ້ເຫັນວິໄສທັດຂອງ VOV ສໍາລັບຍຸດທະສາດພັດທະນາຂອງ VOV ໃນສະພາບທີ່ໂລກພວມດໍາເນີນການປະຕິວັດອຸດສາຫະກໍາ 4.0 ຢ່າງແຮງ ດ້ວຍຫຼາຍມາດຕະການ, ຫຼາຍມູມມອງໃໝ່; ການພົວພັນສາກົນ ແລະ ວິທີການພົວພັນສາກົນມີການປ່ຽນແປງຫຼາຍຢ່າງ. ທີສີ່ແມ່ນ ຊ່ວຍໃຫ້ ສ້າງວິທີການສັງເກດແບບໃໝ່ ກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດ ແລະໄດ້ຮັບຖືວ່າ ແມ່ນພື້ນຖານໃຫ້ແກ່ການປ່ຽນແປງໃໝ່ບັນດາລາຍການຂອງພະແນກ ກະຈາຍສຽງບັນດາພາສາຕ່າງປະເທດໃນອະນາຄົດ. ທີຫ້າແມ່ນ ພະຍານຫຼັກຖານໃຫ້ແກ່ບັນດາລາຍການຂອງພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ ເວົ້າສະເພາະ ແລະ VOV ເວົ້າລວມ”.
ລາຍການກະຈາຍສຽງພາກພາສາ ເກົາຫຼີ ໄດ້ອອກອາກາດ ທຸກວັນ ໃນຄວາມຖີ່ FM 105.5 MHz ຂອງ VOV, ໃນ 3 ຊ່ວງເວລາ ແຕ່ 7 ໂມງ - 8 ໂມງ; 18 ໂມງ - 19 ໂມງ ແລະ 23 ໂມງ - 24 ໂມງ ແລະ ສາມາດຟັງອອນລາຍໃນເວັບໄຊ vovworld.vn. ເນື້ອໃນຂອງລາຍການກະຈາຍສຽງ ລວມມີ: ລາຍການຂ່າວ, ບົດວິເຄາະສະຖານະການການເມືອງ, ສອນພາສາເກົາຫຼີ ແລະ ພາສາຫວຽດ, ແນະນໍາກ່ຽວກັບວັດທະນະທໍາ, ຊົນເຜົ່າ, ການທ່ອງທ່ຽວ, ເສດຖະກິດ ແລະອື່ນໆ.


