ກອງບັນຊາການທະຫານນະຄອນ ເຫວ້ ພວມລະດົມບັນດາກຳລັງພ້ອມດ້ວຍບັນດານັກຮົບເກົ່າ, ຜູ້ເປັນພະຍານປະຫວັດສາດ ແລະ ປະຊາຊົນເຂົ້າຮ່ວມ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”. ທ່ານ ຫງວຽນວັນແມ້ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເຫວ້, ຫົວໜ້າຄະນະຊີ້ນຳ 515 ນະຄອນ ເຫວ້ ໃຫ້ຮູ້ວ່າ:
“ຢູ່ເຂດສະຖານີລົດໄຟ ເຮືອງຖຸຍ, ກອງກຳລັງພວມຊອກຫາ ແລະ ຈົກໄດ້ອັດຖິນັກຮົບ 1 ອັດຖິ. ບັນດາພະຍານສືບຕໍ່ສະໜອງຂໍ້ມູນທີ່ສຳຄັນຫຼາຍຢ່າງ. ພວກຂ້າພະເຈົ້າໄດ້ກຳນົດບໍລິເວນ, ລະດົມກຳລັງຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້ເພື່ອສືບຕໍ່ຊອກຫາ. ດ້ວຍຄວາມຮັບຜິດຊອບ ແລະ ນ້ຳໃຈທັງໝົດ, ຖ້າໄດ້ຮັບຂໍ້ມູນເຖິງຈະນ້ອຍທີ່ສຸດ, ພວກຂ້າພະເຈົ້າກໍຈະຢັ້ງຢືນ ແລະ ຊອກຫາເພື່ອພາພວກອ້າຍກັບຄືນເມືອບ້ານເກີດເມືອງນອນຂອງຕົນ”.
ໃນຂະນະນັ້ນ, ກອງບັນຊາການທະຫານແຂວງ ຮ່າຕິງ ກໍ່ໄດ້ສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍການເກັບເອົາຕົວຢ່າງທາງຊີວະສາດຢູ່ບັນດາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນສາມາດຢັ້ງຢືນໄດ້ຂໍ້ມູນໃນບໍລິເວນແຂວງ. ຈຸດໃໝ່ຂອງບັ້ນຜັນຂະຫຍາຍຄັ້ງນີ້ ແມ່ນຂໍ້ມູນທັງໝົດກ່ຽວກັບຂຸມຝັງສົບ, ສະພາວະຂອງອັດຖິ, ຮູບພາບ ແລະ ບັນດາຂໍ້ມູນທີ່ກ່ຽວຂ້ອງລ້ວນແຕ່ໄດ້ຫັນເປັນດີຈີຕອນຢູ່ກັບທີ່.
