(ພາບ: QDND)
ວັນທີ 06 ກັນຍາ, ທີ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.
ໃນການກ່າວຄຳປາໄສທີ່ເວທີປາໄສ, ທ່ານປະທານາທິບໍດີ Min Aung Hlaing, ເນັ້ນໜັກວ່າ ມຽນມາ ຊົມເຊີຍ ແລະ ຮຽກຮ້ອງໃຫ້ມີການຮ່ວມມືຂອງ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ, ຄວາມປອດໄພທາງໄຊເບີ, ການຫັນເປັນດີຈີຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານ... ພ້ອມກັນນັ້ນ, ມຽນມາ ກໍ່ເຊື້ອເຊີນບັນດານັກລົງທຶນ ຫວຽດນາມ ເຂົ້າຮ່ວມໃນການຜະລິດບັນດາເຄື່ອງອຸປະກອນເຕັກໂນໂລຊີຢູ່ເຂດເຕັກໂນໂລຊີສູງ.
ທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ຖືວ່າ ຫວຽດນາມ ແລະ ມຽນມາ ຕ້ອງເພີ່ມທະວີລັກສະນະການເຊື່ອມຕໍ່, ເພີ່ມເຕີມໃຫ້ແກ່ກັນລະຫວ່າງ 2 ພື້ນຖານເສດຖະກິດ; ເສີມຂະຫຍາຍບັນດາກົນໄກການຮ່ວມມືຢ່າງມີປະສິດທິຜົນ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສົ່ງສານເຖິງປະຊາຄົມວິສາຫະກິດທີ່ວ່າ: "ຈົ່ງພ້ອມກັນຮ່ວມມື, ເພື່ອນຳ 2 ພື້ນຖານເສດຖະກິດພ້ອມກັນເຕີບໃຫຍ່ເຂັ້ມແຂງຂຶ້ນ ແລະ ປະຊາຊົນຂອງ 2 ປະເທດໄດ້ຊົມໃຊ້ບັນດາໝາກຜົນການຮ່ວມມື ແລະ ການພັດທະນາ".
ໃນຂອບເຂດຂອງເວທີປາໄສ, ປະຊາຄົມວິສາຫະກິດຂອງ 2 ປະເທດໄດ້ລົງນາມ, ແລກປ່ຽນບົດບັນທຶກການຮ່ວມມືຫຼາຍສະບັບໃນຂົງເຂດຕ່າງໆ.
