ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕະກວາງດົງ ກ່າວໄຂງານບຸນລະດູບານໃໝ່ປີມະໂລງ 2024 |
ງານບຸນລະດູບານໃໝ່ປີມະໂລງ 2024 ມີບັນດາຮ້ານວາງສະແດງບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກຳຕ່າງໆ. ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕະກວາງດົງ ໃຫ້ຮູ້ວ່າ:
“ງານຕະຫຼາດນັດປີນີ້ມີຫຼາຍຈຸດພິເສດ, ນອກຈາກການແນະນຳບັນດາຜະລິດຕະພັນພິເສດສະເພາະຂອງທ້ອງຖິ່ນແລ້ວ, ຍັງໄດ້ສຸມໃສ່ແນະນຳບັນດາໝູ່ບ້ານອາຊີບຫັດຖະກຳ,ຜ່ານນັ້ນ ກໍເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບຫັດຖະກຳຂອງຊາດ. ຜ່ານນັ້ນ, ກະຊວງວັດທະນະທຳກໍ່ມຸ່ງໄປເຖິງການພັດທະນາຂະແໜງອຸດສາຫະກຳວັດທະນະທຳໃນປີໜ້າເພື່ອສ້າງຄຸນຄ່າເສດຖະກິດໃໝ່.

