ວັນ​ທີ 22 ຕຸ​ລາ, ກອງ​ທຶນ​ຮັບ​ມື​ກັບ​ຜົນ​ເສຍ​ຫາຍ​ທີ່ເກີດຈາກ​ດິນ​ຟ້າ​ອາ​ກາດຂອງ ສ​ປ​ຊ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ຫງວນ​ເງິນ​ເປັນ​ຈຳ​ນວນ 20 ລ້ານ USD ໃຫ້​ແກ່​ ເນ​ປານ ຕາມ​ການ​ສະ​ເໜີ​ຂອງ​ບັນ​ດາປະ​ເທດ​ອາ​ຊີໃຕ້ ​ພາຍຫຼັງ​ເກີດເຫດ​ນ້ຳຊຸ​ຖ້ວມ​ທີ່​ຮ້າຍ​ແຮງ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ກອງທຶນໄດ້​ສະ​ຫງວນ​ງົບ​ປະ​ມານ​ໜູນ​ຊ່ວຍ​​ໃຫ້ປະ​ເທດ​ໜຶ່ງ​ນັບ​ແຕ່​ວາ​ລາ​ໄດ້ຮັບການ​ສ້າງ​ຕັ້​ງ​ຂຶ້ນ, ​ສ້າງ​ຂີດ​ໝາຍ​ແຫ່ງ​ກາ​ນ​ທົດ​ລອງ​ສຳ​ຄັນ​ຕໍ່​ອິດ​ທິ​ພົນ​ຊື່​ສຽງ ແລະ ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງກອງ​ທຶນ. ຢູ່ກອງ​ປະ​ຊຸມວິສາມັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ໃນ​ປີ 2022, ຄະ​ນະ​ບໍ​ລິ​ຫານກອງ​ທຶນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ຫງວນ​ເງິນ​ເປັນ​ຈຳ​ນວນ 20 ລ້ານ USD ໃຫ້​ແກ່​ ເນ​ປານ, ໂດຍ​ແມ່ນ​ປະ​ເທດທີ່​ຖືກເຫດນ້ຳຊຸ​ຖ້ວມ​ຢ່າ​ງ​ຮ້າຍ​ແຮງ ​ເມື່ອ​ເດືອນສິງ​ຫາ ພາຍ​ຫຼັງ​ເຫດ​ນ້ຳ​ກ້ອນ​ ແລະ ຫີນເຊາະ​ເຈື່ອນທີ່ເກີດຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ເຮັດໃຫ້ເກີດ​ກະ​ແສ​ນ້ຳ​ຊຸຖ້ວມ​ທີ່​ມີ​​ແຮງ​ທຳ​ລາຍ​ຄ້າຍ​ຄື​ກັບຄື່ນ​ຟອງ​ຍັກ. ເຫດ​ໄພ​ພິ​ບັດ​ໄດ້​ເຮັດ​ໃຫ້​ມີກວ່າ 1.400 ເສຍ​ຊີ​ວິດ ແລະ ກວ່າ 5.000 ຄົນ​ຫາຍ​ຊາບ​ສູນ.