ວັນ​ທີ 29 ກໍ​ລະ​ກົດ, ທ່ານ Donald Tusk, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ແລະ ທ່ານ Zelensky, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ພົບ​ປະກັນ​ແບບ​ເຊິ່ງ​ໜ້າ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ Lublin, ທາງ​ທິດ​ຕາ​ເວັນ​ອອກ ໂປ​ໂລຍ, ສ້າງ​ຂີດ​ໝາຍ​ສຳ​ຄັນ​ເພື່ອ​ຫຼຸດ​ຜ່ອນ​ບັນ​ດາ​ຄວາມ​ເ​ຄັ່ງ​ຕຶງ​ດ້ານ​ການ​ທູດ​ທີ່​ແກ່​ຍາວ​ນັບ​ແຕ​່​ເດືອນ ພຶ​ດ​ສະ​ພາ ຜ່ານ​ມາ.

ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ, ການ​ນຳ 2 ທ່ານ​ກໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ, ພິ​ຈາ​ລະ​ນາ​ໝາກ​ຜົນ​ການ​ຢ້ຽມ​ຢາມ ວໍ​ຊິງ​ຕັງ ຫວ່າງມໍ່ໆ​ມານີ້​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Zelensky ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທູດ​ທີ່​ພວມ​ດຳ​ເນີນ​ໄປ ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ ລັດ​ເຊຍ - ຢູ​ແກຼນ. ນອກນັ້ນ, 2 ຝ່າຍກໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ​ໜູນ​ຊ່ວຍ ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ຊາວ ຢູ​ແກຼນ ນັບ​ແສນ​ຄົນ​ທີ່​ພວມ​ລີ້​ໄພ​ຢູ່ ໂປ​ໂລຍ.

ຕາມ​ວົງ​ການ​ນັກ​ສັງ​ເກດ​ການ, ການ​ພົບ​ປະ​ຄັ້ງ​ນີ້ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍານ​ຂອງ​ການ​ເລີ່ມ​ເຄື່ອນ​ໄຫວ​ການ​ເຈ​ລະ​ຈາ​ຂັ້ນ​ສູງ ໂປ​ໂລຍ - ຢູ​ແກຼນ ຄືນ​ໃໝ່ເທົ່າ​ນັ້ນ, ຫ​າກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ 2 ຝ່າຍ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ເຊິ່ງກ​ັນ​ແລະ​ກັນ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ​ອີກ​ດ້ວຍ.