ພິທີມອບໃບຍ້ອງຍໍຊົມເຊີຍ (ພາບ: qdnd.vn) |
ກວ່າ 100 ວິສາຫະກິດທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ແມ່ນວິສາຫະກິດດີເດັ່ນ, ຕາງໜ້າໃຫ້ 351.000 ວິສາຫະກິດຂອງນະຄອນຫຼວງທີ່ມີວິທີເຮັດຢ່າງມີຫົວຄິດປະດິດສ້າງ, ມີການປ່ຽນແປງໃໝ່ໃນການຜະລິດດຳເນີນທຸລະກິດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງນະຄອນ, ສ້າງວຽກເຮັດງານທຳ, ລາຍຮັບຖາວອນໃຫ້ແກ່ຜູ້ອອກແຮງງານ ແລະ ເຂົ້າຮ່ວມຫຼາຍການເຄື່ອນໄຫວສັງຄົມ. ນັກທຸລະກິດ ຫງວຽນທິຮົ່ງຈາງ ຜູ້ອຳນວຍການຝ່າຍບໍລິຫານ, ບໍລິສັດ ຫວຽດແທັ່ງ ຫວຽດນາມ ຈຳກັດ ເຊິ່ງເປັນໜຶ່ງໃນບັນດາວິສາຫະກິດທີ່ໄດ້ຮັບການເຊີດຊູ ແບ່ງປັນວ່າ:
“ປີ 2023 ແມ່ນປີທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພວກຂ້າພະເຈົ້າໄດ້ມີມາດຕະການແກ້ໄຂເພື່ອຍົກສູງເຄື່ອງໝາຍການຄ້າຢູ່ຕະຫຼາດ. ໂດຍເປັນວິສາຫະກິດທີ່ເຄື່ອນໄຫວຢູ່ຮ່າໂນ້ຍ, ພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຫຼາຍຢ່າງຈາກການນຳນະຄອນ ກໍຄື ຈາກບັນດາກະຊວງ, ຂະແໜງການ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອກ່ຽວກັບບັນດານະໂຍບາຍພາສີອາກອນ ແລະ ນະໂຍບາຍກູ້ຢືມທຶນຈາກທະນາຄານຫຼາຍກວ່າອີກ”.

