ພິທີມອບໃບຍ້ອງຍໍໃຫ້ຜູ້ມີອິດທິພົນຊື່ສຽງ (ພາບ: qdnd.vn)

ໃນກອງປະຊຸມ, ມີ 497 ແບບຢ່າງດີເດັ່ນ, ເຊິ່ງຕາງໜ້າໃຫ້ຖັນແຖວຜູ້ມີອິດທິພົນຊື່ສຽງໃນທົ່ວປະເທດ, ໄດ້ຮັບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີ ແລະ ລັດຖະມົນຕີ, ປະທານ ຄະນະກໍາມະການຊົນເຜົ່າ. ນາງ ບານທິແອັງ, ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແຂວງ ບັກກ້ານ ແບ່ງປັນວ່າ:

“ຂ້າພະເຈົ້າຍາມໃດກໍນຳໜ້າໃນການເຂົ້າຮ່ວມຂະບວນການຕ່າງໆ, ເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈກ່ຽວກັບນະໂຍບາຍຂອງລັດ, ລັດມີນະໂຍບາຍບຸລິມະສິດສະເພາະ ແລະ ເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນໃນບ້ານຄືແນວໃດ, ເພື່ອໃຫ້ເຂົາເຈົ້າເຂົ້າໃຈກ່ຽວກັບບັນດາຮີດເກົ່າຄອງເດີມທີ່ຫຼ້າຫຼັງ ແລ້ວຄ່ອຍໆຫຼຸດ ແລະ ລົບລ້າງໄປ ແຕ່ຍັງຮັກສາໄດ້ສີສັນເປັນເອກະລັກຂອງຕົນ”.

ຕາມຄະນະກຳມະການຊົນເຜົ່າ, ໃນປີ 2023 ນີ້, ທົ່ວປະເທດ ຫວຽດນາມ ມີຜູ້ມີອິດທິພົນຊື່ສຽງທັງໝົດກວ່າ 28.500 ຄົນ ຢູ່ບັນດາເຜົ່າທີ່ແຕກຕ່າງກັນ. ຖັນແຖວຜູ້ມີອິດທິພົນຊື່ສຽງແມ່ນບຸກຄົນທີ່ຕັ້ງໜ້າໃນການຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ຢ່າງເຂັ້ມງວດ. ໄປຄຽງຄູ່ກັນນັ້ນ, ຜູ້ມີອິດທິພົນຊື່ສຽງຍັງຂົນຂວາຍໃຫ້ປະຊາຊົນຮັບປະກັນຫຼັກອະນາໄມ, ຄວາມສະອາດ, ປ້ອງກັນ, ຕ້ານພະຍາດ; ຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ, ສ້າງບ້ານເກີດເມືອງນອນໃນການຮັກສາຄວາມເຂັ້ມແຂງໃນທຸກດ້ານ.