ປີ 2021 ນີ້, ມີບໍລິສັດ 39 ແຫ່ງ ໄດ້ຮັບການເຊີດຊູ ຍ້ອນໄດ້ຊ່ວຍເຫຼືອ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ - 19 (ພາບ: thanhnien.vn)

ນີ້ແມ່ນປີທີ 7 ເຊິ່ງ AmCham ໄດ້ຈັດການເຊີດຊູປະຈຳປີ CSR ດ້ວຍຈຸດປະສົງຍົກສູງຄວາມຮັບຮູ້ກ່ຽວກັບຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດໃຫ້ແກ່ບັນດາສະມາຊິກຂອງ AmCham ແລະ ວົງຄະນະຍາດ. ຜ່ານນັ້ນ, ຮັບຮູ້ການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ພົ້ນເດັ່ນຂອງບັນດາບໍລິສັດໃນວຽກງານລວມຂອງສັງຄົມຢູ່ ຫວຽດນາມ.

ປີ 2021 ນີ້, ມີບໍລິສັດ 39 ແຫ່ງ ໄດ້ຮັບການເຊີດຊູ ຍ້ອນໄດ້ຊ່ວຍເຫຼືອ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ - 19. ນີ້ກໍແມ່ນພະຍານຫຼັກຖານແກ່ການພົວພັນລະຫວ່າງການເຄື່ອນໄຫວດໍາເນີນທຸລະກິດ ແລະ ການປະພຶດໃນສັງຄົມ; ຕາມນັ້ນແລ້ວ, ວິສາຫະກິດທີ່ດຳເນີນທຸລະກິດຢູ່ສາມາດສ້າງຄຸນຄ່າເສດຖະກິດ ແລະ ສັງຄົມຍາວນານຢູ່ ຫວຽດນາມ.