ກອງທຶນໜູນຊ່ວຍການປະດິດສ້າງເຕັກນິກ ຫວຽດນາມ (Vifotec) ຈັດຕັ້ງພິທີສະຫຼຸບ ແລະ ມອບລາງວັນ “ການແຂ່ງຂັນ ປະດິດຄິດສ້າງ ຂອງຊາວໜຸ່ມເຍົາວະຊົນ, ອະນຸຊົນທົ່ວປະເທດ” ຄັ້ງທີ 14 ປີ 2018. ການແຂ່ງຂັນແນໃສ່ສົ່ງເສີມ ແລະ ເຊີດຊູບັນດານັກປະດິດຄິດສ້າງໜຸ່ມ ທີ່ມີຄວາມໄຝ່ຝັນ ຢາກກາຍເປັນນັກປະດິດສ້າງໃນອະນາຄົດ. ທີ່ພິທີມອບລາງວັນມີຫົວຂໍ້ດີເດັ່ນທີ່ໄດ້ຮັບລາງວັນ ຈຳນວນ 106 ຫົວຂໍ້. ໃນນັ້ນ ມີ ລາງວັນທີ 3 ຈໍານວນ 30 ລາງວັນ, ລາງວັນທີ 2 ຈໍານວນ 10 ລາງວັນ, ລາງວັນທີ 1 ຈໍານວນ 5 ລາງວັນ, ລາງວັນຊົມເຊີຍ 60 ລາງວັນ ແລະ ລາງວັນພິເສດ 1 ລາງວັນ ເຊິ່ງຕົກເປັນຂອງນ້ອງ ຢຽບຢາບັງ, ນັກຮຽນຫ້ອງ ມ7 A1 ໂຮງຮຽນມັດທະຍົມຕອນປາຍ ຈວຽນລີ໊ຕຶຈ້ອງ, ນະຄອນ ເກິ່ນເທີ ດ້ວຍຜົນງານຜະລິດຕະພັນຮູບແບບ “ຫຸ່ນຍົນ Robot ຈຳລອງຮູບແບບການກະທຳ”. ຢຽບຢາບັງ ແບ່ງປັນວ່າ:

ອຸປະກອນນີ້ຍັງມີຄວາມສາມາດ ເຮັດໄດ້ທຸກການກະທຳທີ່ຄົນປະຕິບັດ ມັນຈະບັນທຶກຄືນທັງໝົດ, ແລະ ມັນມີຄວາມສາມາດບັນຊາໄດ້ດ້ວຍເຄື່ອງຄອມພິວເຕີອື່ນ. ສະນັ້ນ, Robot ນີ້ຈະຮັບໃຊ້ໃຫ້ແກ່ບັນດາວຽກງານທີ່ມີຄົນບັງຄັບແຕ່ມີຄວາມອັນຕະລາຍເກີນໄປ ຫຼື ບັນດາວຽກງານທີ່ມີລັກສະນະຮອບວຽນ ຄືໃນການຜະລິດ ອຸດສາຫະກຳ ແລະ ບັນດາວຽກງານທີ່ຮຽກຮ້ອງໃຫ້ມີການສ້າງວົງຈອນໃໝ່ ໃນເວລາສັ້ນ. ນ້ອງປາຖະໜາຢາກໄດ້ແຫຼ່ງທຶນໃໝ່ ເພື່ອຍົກລະດັບອຸປະກອນນີ້ໃຫ້ເປັນອຸປະກອນ ອຸດສາຫະກຳ ແລະ ນຳໃຊ້ໄດ້ໃນທັນທີ.