
ທ່ານ ຫງວຽນທ້ຽນເຍີນ ທີ່ກອງປະຊຸມສຳມະນາ
(vovworld) – ຕອນເຊົ້າວັນທີ 28/11, ຢູ່ຮ່າໂນ້ຍ, ສະມາຄົມຊາວກະສິກອນ ຫວຽດນາມ ໄດ້ສົມທົບກັບວາລະສານກອມມູນິດ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ: “ເສີມຂະຫຍາຍບົດບາດເປັນເຈົ້າຂອງຊົນຊັ້ນຊາວກະສິກອນ ໃນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ໃນໄລຍະເຊື່ອມໂຍງ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໄດ້ຊີ້ແຈ້ງວ່າ: ຊາວກະສິກອນຮ່ວມສຳພັນຜ່ານສະຫະກອນແມ່ນຮູບແບບພື້ນຖານທີ່ສຸດເພື່ອຮັບປະກັນສິດຜົນປະໂຫຍດ, ສິດເປັນເຈົ້າຂອງຊາວກະສິກອນ. ຜ່ານແບບວິທີການຜະລິດສະຫະກອນ ແລະ ສະຫະພັນສະຫະກອນ, ທີ່ຕັ້ງບົດບາດຂອງຊາວກະສິກອນໃນການເຈລະຈາຊື້ - ຂາຍ ໃນທ້ອງຕະຫຼາດໄດ້ຮັບການປ່ຽນໃໝ່ໂດຍພື້ນຖານ, ເປັນປະຖົມປັດໄຈເພື່ອຈຳໜ່າຍຄືນມູນຄ່າເພີ່ມຂອງການຜະລິດກະສິກຳ.
ທ່ານ ຫງວຽນທ້ຽນເຍີນ ທີ່ກອງປະຊຸມສຳມະນາ
