ທີມໂອລິມປິກຫວຽດນາມ ເອົາຊະນະ 4-2 ຕໍ່ທີມໂອລິມປິກມົງໂກນ |
ໃນນັດແຂ່ງຂັນບານເຕະຊາຍ ສາຍ B ທີ່ໄດ້ດຳເນີນ ໃນຕອນບ່າຍວັນທີ 19 ກັນຍານີ້, ຢູ່ສະໜາມຫຼວງລິມປິງ, ນະຄອນຫາງໂຈ່ວ, ໃນຂອບເຂດງານມະຫາກຳກິລາເອຊຽນເກມຄັ້ງທີ 19 (ASIAD 2023), ທີມໂອລິມປິກຫວຽດນາມ ເອົາຊະນະ 4-2 ຕໍ່ທີມໂອລິມປິກມົງໂກນ. ການຍິງເຂົ້າ 2 ປະຕູຂອງ ກວກຫວຽດ ພ້ອມກັບການຍິງເຂົ້າປະຕູຂອງວັນຄາງ ແລະ ງວຽນຮ່ວາງ ໄດ້ຊ່ວຍໃຫ້ທິມໂອລິມປິກ ຫວຽດນາມ ເລີ່ມແຂ່ງຂັນດ້ວຍຜົນດີ ແລະ ມີກາລະໂອກາດໃຫຍ່ເພື່ອສາມາດເຂົ້າແຂ່ງຂັນໃນຮອບ 8 ທິມບານເຕະຊາຍຢູ່ ASIAD 2023.

