ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງ ສັບປະດາທັກສະ ແລະ ການປ່ຽນແປງໃໝ່, ປະດິດຄິດສ້າງໂດຍ ສະຖານທູດ ອົດສະຕາລີຈັດຕັ້ງ ເພື່ອໃຫ້ ບັນດາກະຊວງ, ຂະແໜງການ, ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ບັນດາສະຫະສະມາຄົມຂະແໜງອາຊີບ ແລະ ບັນດາວິສາຫະກິດຂອງ ຫວຽດນາມແບ່ງປັນຄວາມຫຍຸ້ງຍາກ ໃນການສ້າງລະບົບສະພາບແວດລ້ອມແຫ່ງການປ່ຽນແປງໃໝ່, ປະດິດຄິດສ້າງ, ພ້ອມທັງຊອກຮູ້ ແລະ ຮັບຟັງບັນດາບົດຮຽນຈາກ ອົດສະຕາລີໃນການພັດທະນາເສດຖະກິດ - ສັງຄົມ ໂດຍອີງໃສ່ການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ.
ທ່ານນາງ Joanna Wood, ທູດການສຶກສາ ຂອງ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມຖືວ່າ: ອົດສະຕາລີ ແລະ ຫວຽດນາມ ຄວນປ່ຽນແປງວິທີການຮ່ວມມືເພື່ອສ້າງພື້ນຖານວັດທະນະທຳປ່ຽນແປງໃໝ່, ປະດິດຄິດສ້າງ. ການຮ່ວມມືບໍ່ພຽງແຕ່ແມ່ນການຮ່ວມມືລະຫວ່າງສອງລັດຖະບານເທົ່ານັ້ນ ຫາກຍັງແມ່ນຕ້ອງມີການສະໜິດຕິດພັນລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ສູນປ່ຽນແປງໃໝ່, ປະດິດສ້າງຂອງ ສອງປະເທດອີກດ້ວຍເພື່ອພ້ອມກັນພັດທະນາບົນພື້ນຖານຂອງ ວິທະຍາສາດ ແລະ ເຕັກໂນໂລຢີ.
