ໃນວັນທີ 24 ສິງຫາ, ຄະນະກຳມະການ ເອີຣົບ (EC), ໄດ້ອະນຸມັດ ບ້ວງທຶນ ຊ່ວຍເຫຼືອດ້ານການເງິນທີ່ມີມູນຄ່າ 6,1 ຕື້ເອີໂຣ (7,12 ຕື້ໂດລາສະຫະລັດ) ໃຫ້ ຢູແກຼນ ເພື່ອຊື້ ລະບົບປ້ອງກັນໃໝ່ ຄື ລະບົບປ້ອງກັນ ອາກາດ, ລູກສອນໄຟ, ລູກກະສຸນ ແລະ ຣາດາ. ຕາມສະຫະພາບ ເອີຣົບ (EU) ແລ້ວ, ນີ້ແມ່ນ ສ່ວນໜຶ່ງ ໃນບ້ວງທຶນໃຫ້ກູ້ຢືມທີ່ມີມູນຄ່າ 90 ຕື້ເອີໂຣ ແນ່ໃສ່ ສະໜັບສະໜູນ ວຽກງານ ປ້ອງກັນຊາດ ແລະ ງົບປະມານ ໃຫ້ ຢູແກຼນ. ກ່ອນໜ້ານັ້ນ, EU ກໍໄດ້ເຊັນອະນຸມັດ ບັນດາແຜນການ ຊື້ ເຄື່ອງທີ່ມີມູນຄ່າ 16 ຕື້ເອີໂຣ ໃຫ້ແກ່ ຢູແກຼນ, ໃນນັ້ນ 8,35 ຕື້ເອີໂຣ ໄດ້ຮັບການ ເບີກຈ່າຍ ແລ້ວ., ທ່ານນາງ Ursula von der Leyen ປະທານ EC, ໄດ້ປະກາດວ່າ ເອີຣົບ ຈະຄຽງບ່າຄຽງໄຫຼ່ ພ້ອມກັບ ຢູແກຼນ ແລະ ສືບຕໍ່ ໜູນຊ່ວຍ ປະເທດ ຢູ່ເອີຣົບຕາເວັນອອກນີ້ ຈົນຮອດເວລາໃດຍັງມີຄວາມຈຳເປັນ. ບັນດາແຜນການຊື້ເຄື່ອງ ຂອງຢູແກຼນ ສ່ວນໃຫຍ່ ໂດຍ ບັນດາບໍລິສັດ ປ້ອງກັນຊາດ EU ເປັນຜູ້ສະໜອງ.
