ກ່າວຄຳເຫັນຕໍ່ວົງການນັກຂ່າວພ້ອມກັບ ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ, ຜູ້ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ EU ມື້ທີສອງຢູ່ ບຣຸກແຊນ, ປະເທດ ແບນຊິກ ແລະ ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ, ທ່ານ Antonio Costa, ປະທານສະພາ ເອີລົບ ໄດ້ເນັ້ນໜັກວ່າ EU ຕ້ອງເພີ່ມທະວີການໜູນຊ່ວຍ ຢູແກຼນ ແລະ ເພີ່ມຄວາມກົດດັນຕໍ່ ລັດເຊຍ ເພື່ອໃຫ້ນຳ ມົດສະກູ ເຂົ້າສູ່ໂຕະເຈລະຈາ.
ທ່ານ Antonio Costa ແລະ ທ່ານນາງ Ursula von der Leyen ກໍ່ຢືນຢັນຄືນໃໝ່ການສະໜັບສະໜູນຕໍ່ການເຂົ້າເປັນສະມາຊິກ EU ຂອງ ຢູແກຼນ, ຊົມເຊີຍເລື່ອງເປີດສອງໝວດບັນຫາເຈລະຈາໃໝ່.
