|
(ພາບ: government.ru) |
ພາຍຫຼັງການພົບປະກັບຄູ່ຕຳແໜ່ງລັດເຊຍ Dmitry Medvedev, ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ໃຫ້ຮູ້ວ່າ, ບັນດາການນຳໄດ້ປຶກສາຫາລືຫຼາຍຢ່າງກ່ຽວກັບປະເທດລັດເຊຍ ໃນສະຫະພາບເອີລົບ, ເຖິງຢ່າງໃດກໍ່ຕາມ EU ບໍ່ເຈລະຈາກັບລັດເຊຍ ແລະ ທ່ານຄິດວ່າ ເລື່ອງເປີດກວ້າງການເຈລະຈາແມ່ນສິ່ງທີ່ມີຜົນປະໂຫຍດ. ບຣຸກແຊນ ແລະ ມົດສະກູ ມີຄວາມບໍ່ລົງລອຍກັນບາງຢ່າງທີ່ກ່ຽວຂ້ອງເຖິງແຫຼມ ກຣືມ ແລະ ສະພາບການຢູ່ Donbass, ທາງທິດຕາເວັນອອກຢູແກຼນ, 2 ຝ່າຍສາມາດແລກປ່ຽນທັດສະນະເພື່ອມີພ້ອມກັນເຂົ້າໃຈແຈ້ງກວ່າກ່ຽວກັບຫຼັກໝັ້ນຂອງກັນ.
ສ່ວນທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ຕີລາຄາສູງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Charles Michel ໄດ້ຊີ້ໃຫ້ເຫັນວ່າ ແບນຊິກ ກຽມພ້ອມ ແລະ ປາດຖະໜາຕັ້ງໜ້າໃຫ້ຄຳໝັ້ນສັນຍາໃນການຫັນການພົວພັນລະຫວ່າງລັດເຊຍ ແລະ EU ໃຫ້ເປັນປົກກະຕິ.

