ເມື່ອກ່າວຄຳເຫັນພາຍຫຼັງກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ EU, ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງ ໃຫ້ຮູ້ວ່າ ບັນຊີລາຍຊື່ລົງໂທດ ລວມມີ ກອງບັນຊາການທະຫານຂອງກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ພ້ອມດ້ວຍເຈົ້າໜ້າທີ່ 2 ທ່ານທີ່ກ່ຽວຂ້ອງ. ຂໍ້ຕົກລົງຂອງ EU ໄດ້ເນັ້ນໜັກວ່າ ບຸກຄົນເຫຼົ່ານີ້ ຈະຖືກປິດລ້ອມຊັບສິນ ຢູ່ບັນດາປະເທດສະມາຊິກ ແລະ ຖືກເກືອດຫ້າມບໍ່ໃຫ້ເຂົ້າດິນແດນສະຫະພາບເອີຣົບ.
ນີ້ແມ່ນຄັ້ງທຳອິດທີ່ EU ນຳໃຊ້ການລົງໂທດໃໝ່ ທີ່ຫາກໍ່ໄດ້ຮັບຮອງເອົາເມື່ອເດືອນພຶດສະພາ ຕໍ່ບັນດາບຸກຄົນ, ອົງການຈັດຕັ້ງ ທີ່ຖືກຖືວ່າ ມີການກະທຳກີດຂວາງສິດເສລີໃນການເດີນເຮືອຢູ່ພາກພື້ນຕາເວັນອອກກາງ.
ແອັງຕວ່ຽນ - ນັກຂ່າວ VOV ປະຈຳ ປາຣີ
