EU ເຫັນດີເລື່ອນ Brexit ໄປຈົນເຖິງ ວັນທີ 22 ພຶດສະພາ ຖ້າຫາກວ່າ ສະພາ ອັງກິດ ສະໜັບສະໜູນ ຂໍ້ຕົກລົງ ຂອງ ທ່ານນາງ ນາຍົກລັດຖະມົນຕີ ອັງກິດ(ພາບ: Politico EU)

ຖ້າຫາກວ່າ ບັນດາສະມາຊິກລັດຖະສະພາຂອງ ອັງກິດ ປ່ອນບັດສະໜັບສະໜູນ ຮ່າງຂໍ້ຕົກລົງຂອງທ່ານນາງນາຍົກລັດຖະມົນຕີ Theresa May ໃນອາທິດໜ້າ. ຕາມຮ່າງບົດສະຫຼຸບທີ່ມີຢູ່ໃນອົງການສື່ມວນຊົນຈຳນວນໜຶ່ງ, ໃນວັນທີ 21 ມີນາ, ການນຳ ຂອງ 27 ປະເທດສະມາຊິກ EU ໄດ້ຖະແຫຼງວ່າ: ເຂົາເຈົ້າກະກຽມເປີດກ້ວາງມາດຕາ 50 ກ່ຽວກັບວິວັດການຖອນຕົວອອກຈາກ ສະຫະພາບຈົນເຖິງ ວັນທີ 22 ພຶດສະພາ, ເພື່ອລາຊະອານາຈັກ ອັງກິດ ມີເວລາກະກຽມໃຫ້ແກ່ການ Brexit.