ວັນ​ທີ 4 ສິງ​ຫາ, ບັນ​ດາ​ລັດ​ຖະ​ມົນ​ຕີ​ກະຊວງພາຍ​ໃນ ​ສະ​ຫະ​ພາບ ເອີ​ລົບ (EU) ໄດ້​ຈັດ​ກອງ​ປະ​ຊຸມ​​ດ່ວນທ​າງ​ໄກ​ເພື່ອ​ແນ​ໃສ່​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ອົບ​ພະ​ຍົບ​ຢູ່​ນະ​ຄອນ Ceuta ຂອງ​ ແອັດ​ສະ​ປາຍ. ທີ່​ກອງ​ປະ​ຊຸມ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄດ້​ເຫັນດີເປັນ​ເອ​ກະ​ພາບ​ຮັດ​ກຸມ​ການ​ຄວບ​ຄຸມ​ເຂດ​ຊາຍ​ແດນ, ເປີດກວ້າງ​ການ​ແບ່ງ​ປັນ​ຂໍ້​ມູນ, ເພີ່ມ​ທະ​ວີ​ການ​ຄວບ​ຄຸ​ມ​ການ​ຄ້າ​ມະ​ນຸດ, ພ້ອມ​ທັງ​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ ມາ​ຣົກ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ຄວບ​ຄຸບ​ກະ​ແສ​ຊາວ​ອົບ​ພະ​ຍົບ​​ນັບ​ແຕ່ເບື້ອງ​ນອກ​ຜືນ​ແຜ່ນ​ດິນ EU. ທ່ານ Magnus Brunner ກຳ​ມະ​ການ​ພາຍ​ໃນ ແລະ ການອົບ​ພະ​ຍົບ EU ໃຫ້​ຂໍ້​ສັງ​ເກດ​ວ່າ ວິ​ກິດ​ການຢູ່ Ceuta ແມ່ນການ​ທົດ​ລອງ​ສຳ​ຄັນ​ຕໍ່​ສົນ​ທິ​ສັນ​ຍາ​ອົ​ບ​ພະ​ຍົບ ແລະ ລີ້​ໄພ​ຂອງ EU. ບົນ​ພື້ນ​ຖານ​ນັ້ນ, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍູ້​ໄວ​ການ​ຜັນ​ຂະ​ຫຍາຍ​ສົ​ນ​ທິ​ສັນ​ຍາ​ສະ​ບັບ​ນີ້, ສຸມ​​ເຂົ້າ​ບັນ​ດາ​ກົນ​ໄກ​ຈົດ​ທະ​ບຽນ, ຄັດ​ເລືອກ, ແບ່ງ​ປັນ​ຄວາມ​ຮັບ​ຜິ​ດ​ຊອບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ເພີ່ມ​ທະ​ວີ​ການສົ່ງ​ຜູ້ທີ່​ບໍ່​ມີ​ເງື່ອນ​ໄຂ​ພັກ​ອາ​ໃສກັບຄືນ​ເມືອ​ປະ​ເທດ​ຕົນ.