ນັບ​ແຕ່​ວັນ​ທີ 15 ກໍ​ລະ​ກົດ, ມີ​ແຮງ​ງານ​ນັບ​ພັນ​ຄົນ​ສາ​ມາດ​ໄປ​ມາຜ່ານ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ ແອັດ​ສະ​ປາຍ ແລະ Gibraltar ໃນ​ແຕ່​ລະ​ມື້ ​ຢ່າງ​ສະ​ດວກ​ກວ່າ, ພາຍຫຼັງ​ສະ​ຫະ​ພາບ​ເອີ​ຣົບ (EU) ແລະ ອັງ​ກິດ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄວບ​ຄຸມ​ຊາຍ​ແດນຢູ່​ເຂດ​ດິນ​ແດນ​ນີ້, ເຊິ່ງ​ເປັນ​ບັນ​ຫາ​ທີ່​ເຄີຍ​ເປັນ​ສາ​ເຫດ​ສ້າງ​ຄວາມ​ເຄັ່ງ​ຕຶງ​ທີ່ແກ່​ຍາວ​ລະ​ຫວ່າງ London ແລະ Madrid.

ຕາມ​ຂໍ້​ຕົກ​ລົງ​ບັນ​ລຸ​ທີ່ໄດ້​ລະ​ຫວ່າງ EU ແລະ ອັງ​ກິດ ພາຍຫຼັງ​ວິ​ວັດ​ທະ​ນາ​ການ Brexit, ບັນ​ດາ​ປ້ອມ​ຄວບ​ຄຸມ​ຊາຍ​ແດນ​ລະ​ຫວ່າງ Gibraltar, ເຂດ​ດິນ​ແດນ​ຂອງ ອັງ​ກິດ ແລະ ແອັດ​ສະ​ປາຍ ໄດ້​ຮັບ​ການ​ຍົກ​ເລີກ, ຊ່ວຍ​ໃຫ້​ປະ​ຊາ​ຊົນ, ຊາວ​ຜູ້​ອອກ​ແຮງ​ງານ ແລະ ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ໄດ້​ໄປ​ມາ​ຢ່າງ​ສະ​ດວກກວ່າ.

ຄະ​ນະ​ກຳ​ມະ​ການ​ເອີ​ຣົບ (EC) ໃຫ້​ຮູ້​ວ່າ ຂໍ້​ຕົກ​ລົງ​ນີ້​ແມ່ນ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ໃນຫຼາຍ​ປີ ພາຍຫຼັງ​ທີ່ ອັງ​ກິດ ອອກ​ຈາກ EU ໃນ​ປີ 2020. ເປົ້າ​ໝາຍ​ຂອງ​ຂໍ້​ຕົກ​ລົງ​ແມ່ນ​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ໄປ​ມາ, ຮັກ​ສາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ຂ້າມ​ຊາຍ​ແດນ, ພ້ອມ​ທັງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ຈາກ​ເລື່ອງ Gibraltar ບໍ່​ໄດ້ນອນ​ຢູ່​ໃນ​ຂອບ​ເຂ​ດ​ນິ​ຕິ​ກຳ​ຂອງ EU ອີກ ພາຍຫຼັງ​ Brexit.