ທ່ານ Josep Borrel ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີຣົບ (EU) ກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບ ໂມນດາວີ (ພາບ: TTXVN)

ຕາມທ່ານ Josep Borrell ແລ້ວ, ການພົວພັນຄູ່ຮ່ວມມືນີ້ ຈະຍົກສູງຄວາມສາມາດຟື້ນຟູຂອງ ໂມນດາວີ, ອະນຸຍາດໃຫ້ບັນດາຝ່າຍພ້ອມກັນແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ, ຊຸກຍູ້ການຮ່ວມມືໃຫ້ມີປະສິດທິຜົນກວ່າ ແລະ ຄົ້ນຫາບັນດາຂົງເຂດຮ່ວມມືໃໝ່.

ສ່ວນທ່ານນາຍົກລັດຖະມົນຕີ ໂມນດາວີ Dorin Recean ຖືວ່າ ເລື່ອງປະເທດນີິ້ເຂົ້າເປັນສະມາຊິກ EU ຈະເປັນກົນໄກທີ່ດີທີ່ສຸດເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ປະຊາຊົນ ໂມນດາວີ.