ປັດ​ຈຸ​ບັນ​ນີ້, ລັດ​ເຊຍ ຍັງ​ບໍ່​ທັນ​ມີປະ​ຕິ​ກິ​ລິ​ຍາ​ໃດ​ຕໍ່​ການ​ກະ​ທຳ​ດັ່ງ​ກ່າວ. ລະ​ອຽດ, Brussels ໄດ້​ແຈ້ງ​ໃຫ​້​ຊາບ​ວ່າ ຄຳ​ສັ່ງ​ລົງ​ໂທດຕໍ່ 9 ​ຄົນ ແລະ 4 ອົງ​ການ​ຈັດ​ຕັ້ງ​ຂອງ ລັດ​ເຊຍ, ໃນ​ຂະ​ນະ​ທີ່ ລອນດອນ ເພີ່ມ​ 24 ເປົ້າ​ໝາຍເຂົ້າ “ບັ​ນ​ຊີ​ລາຍ​ຊື່​ດຳ”. ລັດ​ຖະ​ບານ ອັງ​ກິດ ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ລົງ​ໂທດ​ລວມ​ທຳ​ອິດ​ຕໍ່ EU ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ.

ກໍ​ໃນ​ວັນ​ດຽວ​ກັນ, ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຂອງ​ກຸ່ມ “ສະ​ຫະ​ພັນ​ອາ​ສາ​ສະ​ໝັກ”, ທ່ານ Emmanuel Macron ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ​ ໃຫ້​ຮູ້​ວ່າ ຢູ​ແກຼນ​ ຈະ​ຊື້​ເຮືອ​ບິນ​ສູ້​ຮົບ Rafale 16 ລຳ​ຂອງ ຝ​ລັ່ງ​ ແລະ ຄາດ​ວ່າ ຈະ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ໄລ​ຍະ 2028 – 2029. ປາ​ຣີ ກໍ​ໄດ້​ອະ​ນຸ​ຍາດ​​ໃຫ້ Kiev ຜະ​ລິດ​ອາ​ວຸດຫຼັກ​​ຈຳ​ນວນ​ໜຶ່ງ​ຂອງ ຝ​ລັ່ງ​ ພາຍ​ໃນ​ປະ​ເທດ​ດ້ວຍ​ຕົນ​ເອງ, ລວມ​ມີ​ລູກ​ສອນ​ໄຟ​ນຳ​ວິ​ຖີ, ລູກ​ສອນ​ໄຟ​ປ້ອງ​ກັນ​ອາກ​າດ Aster 30 ແລະ ລະ​ເບີດ​ພາ​ທາງ​ອັດ​ສະ​ລິ​ຍະ Hammer.

ແອັງ​ຕວຽນ - ນັກ​ຂ່າວ VOV ປະ​ຈຳ ປາ​ຣີ