ຄະ​ນະ​ປົກ​ປ້ອງ​ຂໍ້​ມູນ ອຽກ​ລັງ (DPC), ອົງ​ການ​ຄຸ້ມ​ຄອງຫຼັກ​ກ່ຽວ​ກັບ​ການ​ປົກ​ປ້ອງ​ຂໍ້​ມູນ​ຂອງ ສະ​ຫະ​ພາບ ເອີ​ລົບ (EU) ສຳ​ລັບຫຼາຍ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ໃໝ່, ວັນ​ທີ 21 ກັນ​ຍາ, ໄດ້ແຈ້ງ​ການ​ປັບ​ໄໝ ເງິນ 403 ລ້ານ ເອີ​ໂຣ (463 ລ້ານ USD) ພາຍຫຼັງ​ການ​ສືບ​ສວນ​ທີ່​ແກ່​ຍາວ​ເປັນ​ເວ​ລາ 6 ປີ​ກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ມູນ​ສະ​ຖານ​ທີ່ຂອງ ຜູ້​ນຳ​ໃຊ້. ​ຕາມ DPC, Google ໄດ້​ລະ​ເມີດ​ຂໍ້​ກຳ​ນົດ​ໃນ​ການ​ປົກ​ປ້ອງ​ຂໍ້​ມູນ​ລວມ​ຂອງ EU (GDPR) ໃນ​ວິ​ວັດ​ການ​ແກ້​ໄຂ​ຂໍ້​ມູນ​ກ່ຽວ​ກັບ​ສະ​ຖານ​ທີ່​ຜ່ານ ສາມ​​ຄຸນ​ປະ​ໂຫຍດລວມ​ມີ Web & App Activity, Location History” ແລະ Location Accuracy ໃນ​ໄລ​ຍະ​ເວ​ລາ​ແຕ່​ວັນ​ທີ 25 ພຶດ​ສະ​ພາ 2018, ຈຸດ​ເວ​ລາ ​ທີ່ GDPP ເລີ່​ມ​ມີ​ຜົນ​ສັກ​ສິດ, ຮອດ​ວັນ​ທີ 4 ກຸມ​ພາ 2020.