ວັນທີ 23 ກຸມພາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຖະແຫຼງວ່າ ເວເນຊູເອລາ ຕັດການພົວພັນທາງການທູດ ກັບ ໂກໂລມໂບ ໂດຍກ່າວຫາລັດຖະບານປະເທດນີ້ ພວມມີການກະທໍາໜູນຫຼັງດ້ວຍກົນອຸບາຍກໍ່ຄວາມຂາດສະຖຽນລະພາບ ແລະ ໂຄ່ນລົ້ມອໍານາດການປົກຄອງທີ່ຖືກຕ້ອງຕາມກົດໝາຍ ເຊ່ິງ ຝ່າຍຄ້ານ ເວເນຊູເອລາ ພວມດໍາເນີນ. ກ່່າວຄໍາເຫັນໃນການໂຮມຊຸມນຸມມິດຕິນ ໂດຍມີການເຂົ້າຮ່ວມຂອງຜູ້ສະໜັບສະໜູູນນັບລ້ານໆຄົນ ຢູ່ນະຄອນຫຼວງ Caracas, ທ່ານປະທານາທິບໍດີີ Maduro ໄດ້ກ່າວປະນາມການສະໜັບສະໜູນຂອງຄູ່ຕໍາແໜ່່ງ ໂກໂລມໂບ Ivan Duque ສໍາລັບບັນດາການກະທໍາເກາະຜິດຂອງກຸ່ມຝ່າຍຄ້ານຫົວຮຸນແຮງ, ໂດຍທ່ານປະທານາທິບໍດີ ອ້າງເອົາຕໍາແໜ່ງເອງ Juan Guaido ເປັນຜູ້ນໍາໜ້າປຸກລະດົມ ພາຍໃຕ້ການໜູນຫຼັງຂອງລັດຖະບານ ອາເມລິກາ. ທ່ານປະທານາທິບໍດີ Maduro ຖືວ່າ ເວເນຊູເອລາ ບໍ່ສາມາດສືບຕໍ່ອົດທົນ ແລະ ຍອມຮັບເລື່ອງເສັ້ນຊາຍແດນຕິດຈອດກັບ ໂກໂລມໂບ ຖືກນໍາໃຊ້ເຂົ້າໃນການບຸກໂຈມຕີ ຕ້ານຄືນການຮັກສາອໍານາດອະທິປະໄຕໄດ້. ທ່ານໄດ້ກໍານົດວ່າ ພະນັກງານທາງການທູດ ແລະ ສະຖານກົງສູນ ໂກໂລມໂບ ຕ້ອງອອກຈາກດິນແດນ ເວເນຊູເອລາ ພາຍໃນ 24 ຊົ່ວໂມງ.
ເວເນຊູເອລາ ຕັດການພົວພັນທາງການທູດກັບ ໂກໂລມໂບ
(VOVWORLD) -ພະນັກງານທາງການທູດ ແລະ ສະຖານກົງສູນ ໂກໂລມໂບ ຕ້ອງອອກຈາກດິນແດນ ເວເນຊູເອລາ ພາຍໃນ 24 ຊົ່ວໂມງ.
