ກ່າວ​ຄຳ​ເຫັນ​ໃນ​ເວ​ທີ​ປາ​ໄສ ອະ​ນາ​ຄົດ ອາ​ຊຽນ ປີ 2026 ກ່ຽວ​ກັບ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ​່າງ​ປະ​ເທດ ອາ​ເມ​ລິ​ກາ Christopher Landau ໄດ້​ຫວນ​ຄືນ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຄື ເສດ​ຖະ​ກິດ, ພະ​ລັງ​ງານ, ປັນ​ຍາ​ປະ​ດິດ, ເຕັກ​ນິກ​ດີ​ຈີ​ຕອນ. ຕາມ​ທ່ານ Christopher Landau ແລ້ວ, ອາ​ຊຽນ ແມ່ນ​ພາກ​ພື້ນ​ໜຶ່ງ​ທີ່​ມີ​ຄວາມຫຼາກຫຼາຍ ເມື່ອ​ມີ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ພວມ​ຢູ່​ບັນ​ດາ​ໄລ​ຍະ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ແຕກ​ຕ່າງ​ກັນ. ດັ່ງ​ນັ້ນ, ອາ​ເມ​ລິ​ກາ ໃຫ້​ຄ​ຳ​ໝັ້​ນ​ສັນ​ຍາ​ຮ່ວມ​ມື​ກັບ​ພາກ​ພື້ນ ອາ​ຊຽນ ທັງ​ຢູ່​ລະ​ດັບຫຼາຍ​ຝ່າຍ ແລະ ສອງ​ຝ່າຍ.

ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສ້າງ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ຄື​ນ​ໃໝ່ ຄື​ເປັນ​ສິ່ງ​ທ້າ​ທາຍ​ຍຸດ​ທະ​ສາດ​ໃນ​ຈຸດ​ເວ​ລາ​ລະ​ຫວ່າງ​ກາງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ຄວາມ​ສາ​ມາດ​ຟື້ນ​ຟູ​ຂອງ​ພາກ​ພື້ນ.